ສຳນັກພິມຈຳໜ່າຍສຶກສາຫວຽດນາມ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ

ສຳນັກພິມຈຳໜ່າຍສຶກສາຫວຽດນາມ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ - ảnh 1
(ພາບປະກອບ)
(vovworld) -  ຕອນ​ເຊົ້າ​ວັນ​ທີ 20/01, ຢູ່​ຮ່າ​ໂນ້ຍ, ສຳນັກ​ພິມ​ຈຳ​ໜ່າຍສຶກສາ​ຫວຽດນາມ (ທີ່​ຂຶ້ນ​ກັບກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງຫວຽດນາມ) ​ໄດ້ຈັດ​ພິທີ​ຕ້ອນຮັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ​ແລະ ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຢີ​ນ ​ເນັ້ນ​ໜັກ​ວ່າ ຫວຽດນາມ​ພ້ວມ​ຍື່ນຢູ່​ຕໍ່​ໜ້າ​ໄລຍະ​ສຳຄັນ​ນັ້ນ​ແມ່ນ ການ​ປະຕິບັດ​ການ​ປ່ຽນ​ໃໝ່​​ໂດຍພື້ນຖານ, ຮອບດ້ານ​ການ​ສຶກສາ​ຫວຽດນາມ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ ​ແລະ ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາກົນ. ຄຽງ​ຂ້າງ​ນັ້ນ, ​ເລື່ອງ​ປ່ຽນ​ໃໝ່​ທິດ​ທາງ​ຈຸດໝາຍ​ການ​ສຶກສາ ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຄຸ້ມ​ຄອງ​ການ​ສຶກສາ ​ແລະ ຮາກຖານ​ການ​ສຶກສາ ປະຕິບັດ​​ໂຄງການ​ສຶກສາ​ໃໝ່ ສະ​ນັ້ນ​ປື້​ມ​ແບບຮຽນ ​ແລະ ​ເອກະສານ​ຕ່າງໆ​ທີ່​ຮັບ​ໃຊ້​ໃຫ້​ແກ່​ການ​ປ່ຽນ​ໃໝ່​​ແມ່ນມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ. ສຳນັກ​ພິມ​ຈຳ​ໜ່າຍຕ້ອງ​ສືບ​ຕໍ່ສູ້​ສົນ​ເພື່ອ​ນັບ​ມື້​ນັບ​ມີ​ຊຸດ​ປື້​ມ​ແບບຮຽນ​ທີ່ດີກ​ວ່າ​ເກົ່າ, ຕອບ​ສະໜອງຄວາມ​ຮຽກຮ້ອງຕ້ອງການ​ໃນ​ການ​ສຶກສາ​ປະຈຸ​ບັນ.
ຂ່າວ/ບົດ​ອື່ນ