ສຳນັກວາຕີກັງ ກຽມພ້ອມ ເລືອກຕັ້ງສັນຕະປະປາອົງໃໝ່

ສຳນັກວາຕີກັງ ກຽມພ້ອມ ເລືອກຕັ້ງສັນຕະປະປາອົງໃໝ່ - ảnh 1
ບັນດາພະ​ຄາ​ດີ​ນັນພວມໂຮມປະຊຸມເພື່ອກະກຽມ
ເລືອກ​ຕັ້ງ​ສັນທະ​ປະປາ​ອົງ​ໃໝ່ (ພາບ: EPA)

Vovworld- ສຳນັກ​ ວາ​ຕີ​ກັງ ພວມ​ສ້າງ​ສຳ​ເລັດ​ບັນດາ​ຂັ້ນ​ຕອນ​ກະກຽມ​ສຸດ​ທ້າຍ​ຢູ່​ໂບດ Sistine ຊຶ່ງ​​ແມ່ນ​ແຫ່ງ​ຈະ​ດຳ​ເນີນ​ກອງ​ປະຊຸມ​ລັບ ພະ​ຄາ​ດີ​ນັນ ​ເພື່ອ​ເລືອກ​ຕັ້ງ​ສັນທະ​ປະປາ​ອົງ​ໃໝ່ ​ເພື່ອ​ແທນ​ໃຫ້ ສັນທະ​ປະປາ Benedict 16 ຊຶ່ງ​ຫາ​ກໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ ຊຶ່ງ​ຄາດ​ວ່າ​ຈະ​ແກ່ຍາວ​ເປັນ​ເວລາ 2 ວັນ, ນັບ​ແຕ່​ວັນ​ທີ 12/3. ຕາມ​ທຳນຽ​ມທີ່​ໄດ້​ມີ​ມາ​ແຕ່​ຫຼາຍ​ສະຕະວັດ​ມາ​ນີ້, ບັນດາ​ພະ​ຄາ​ດີ​ນັນ ຕ້ອງ​ປະ​ຕິ​ຍານ​ຕົວ ບໍ່​ເຜີຍ​ລັບ​ກ່ຽວ​ກັບ​ລາຍ​ລະອຽດ​ໃດໆ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ ​ແລະ ມີພຽງ ພະ​ຄາ​ດີ​ນັນທີ່​ມີ​ອາຍຸ​ຕ່ຳ​ກ່ວາ 80 ປີ ​ແມ່ນ​ໄດ້​ຮັບ​ອະນຸຍາດ​ມີໜ້າ​ໃນ​ການ​ປ່ອນ​ບັດ​ເປັນ​ເວລາ 2 ວັນ. ສັນທະ​ປະປາອົງ​​ໃໝ່ , ​ຕ້ອງ​ຮັບ​ບັດ​ສະໜັບສະໜູນ​ຢ່າງ​ໜ້ອຍ​ສຸດ​​ແມ່ນ 2/3 ຈຳນວນ​ບັດ​ເລືອກ​ຕັ້ງ. ຄາດ​ວ່າ​ຈະ​ມີ ພະ​ຄາ​ດີ​ນັນ 115 ອົງ​ເຂົ້າ​ຮ່ວມກອງ​ປະຊຸມ​ລັບພະ​ຄາ​ດີ​ນັນ ​ເພື່ອ​ເລືອກ​ຕັ້ງ​ສັນທະ​ປະປາ​ອົງ​ທີ 266.
ຂ່າວ/ບົດ​ອື່ນ