ສຳ​ພັນ​ທະ​ມິດ​ການ​ທະ​ຫານ​ສາ​ກົນ ດັບ​​ສູນ​ກຳ​ລັງ​ກະ​ບົດ Houthi ນັບ​ຮ້ອ​ຍ​ຄົນ​ຢູ່ ເຢ​ແມນ

(VOVWORLD) -ສຳພັນທະມິດການທະຫານສາກົນ ໄດ້ດັບສູນກຳລັງກະບົດ Houthi ນັບຮ້ອຍຄົນຢູ່ເຂດໃກ້ກັບນະຄອນ Marib ຍຸດທະສາດໃນ 3 ວັນຜ່ານມາ.
ສຳ​ພັນ​ທະ​ມິດ​ການ​ທະ​ຫານ​ສາ​ກົນ ດັບ​​ສູນ​ກຳ​ລັງ​ກະ​ບົດ Houthi ນັບ​ຮ້ອ​ຍ​ຄົນ​ຢູ່ ເຢ​ແມນ - ảnh 1ສຳພັນທະມິດການທະຫານ ໂດຍ ອາຣັບບິ ຊະອຸດິ ນຳພາບັ້ນສູ້ຮົບຢູ່ ເຢແມນ (ພາບ: TTXVN)

ວັນທີ 24 ຕຸລາ, ສຳພັນທະມິດການທະຫານສາກົນ ໂດຍ ອາຣັບບີ ຊະອຸດິ ນຳພາການສູ້ຮົບຢູ່ ເຢແມນ ໄດ້ແຈ້ງໃຫ້ຊາບວ່າ ໄດ້ດັບສູນກຳລັງກະບົດ Houthi ນັບຮ້ອຍຄົນຢູ່ເຂດໃກ້ກັບນະຄອນ Marib ຍຸດທະສາດໃນ 3 ວັນຜ່ານມາ. ສຳນັກຂ່າວສານ ອາຣັບບີ ຊະອຸດິ (SPA) ໄດ້ຄັດສະເໜີແຈ້ງການຂອງສຳພັນທະມິດການທະຫານສາກົນ ໂດຍໃຫ້ຮູ້ວ່າ ພວກກະບົດ Houthi ມີ 264 ຄົນ ຖືກດັບສູນ ແລະ ເຄື່ອງອຸປະກອນການທະຫານ 36 ເຄື່ອງຖືກທຳລາຍໃນການບຸກໂຈມຕີທາງອາກາດເຊິ່ງດຳເນີນໃນ 72 ຊົ່ວໂມງຜ່ານມາ.

        Marib ແມ່ນບ່ອນຕັ້ງສຳນັກງານຂອງລັດຖະບານຢູ່ພາກເໜືອ ເຢແມນ ທີ່ໄດ້ຮັບການຮັບຮອງຈາກສາກົນ. ພວກກະບົດ Houthi ໄດ້ເລີ່ມບັ້ນຮົບບຸກໂຈມຕີ ແນໃສ່ຍາດເອົາສິດຄວບຄຸມ Marib ນັບແຕ່ເດືອນ ກຸມພາ ແລະ ຫວ່າງມໍ່ໆມານີ້ ກໍຍູ້ແຮງບັ້ນຮົບນີ້ ພາຍຫຼັງທີ່ຜ່ອນຄາຍລົງເປັນໄລຍະໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ