ສຳພັນທະມິດກຳອຳນາດຢູ່ໄທໃຫ້ຄຳໝັ້ນສັນຍາລົບລ້າງຮ່າງກົດໝາຍວ່າດ້ວຍອະໄພຍະໂທດຖ້າຫາກວຸດທິສະພາປະຕິເສດ

ສຳພັນທະມິດກຳອຳນາດຢູ່ໄທໃຫ້ຄຳໝັ້ນສັນຍາລົບລ້າງຮ່າງກົດໝາຍວ່າດ້ວຍອະໄພຍະໂທດຖ້າຫາກວຸດທິສະພາປະຕິເສດ - ảnh 1
ປະທານວຸດທິສະພາໄທ ໃນກອງປະຊຸມໃນຕອນຄຳ່ວັນທີ 8/11

(vovworld) – ວັນ​ທີ 9/11, 4 ຄູ່​ຮ່ວມ​ມື​ໃນສຳ​ພັນ​ທະ​ມິດ​ກຳ​ອຳນາດ​ຂອງ​ລັດຖະບານ ​ໄທ ​ໄດ້​ເຊັນ​ຖະ​ແຫຼ​ງການ​ຮ່ວມ​ຢັ້ງຢືນ​ຈະ​ລົບ​ລ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອະ​ໄພ​ຍະ​ໂທດ ທີ່​ກໍ່​ຄວາມ​ຖົກ​ຖຽງ​ກັນ ຖ້າ​ຫາກ​ຮ່າງ​ກົດໝາຍ​ສະບັບ​ນີ້​ຖືກ​ວຸດ​ທິສະພາ​ຄັດຄ້ານ​ໃນ​ກອງ​ປະຊຸມ​ເມື່ອ​ວັນ​ທີ 11/11. ຖະ​ແຫຼ​ງການ​ນີ້​ໄດ້​ຍົກ​ອອກ​ມາ ​ໃນ​ສະພາບ​ຝ່າຍ​ຄ້ານ​ມີ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ເລື່ອງລັດຖະບານ ຈະ​ນຳ​ໃຊ້ຂໍ້​ມາດຕາ​ໃນ​ລັດຖະທຳ​ມະນູນ ​ເພື່ອອາດ​ຈະ​ຍື່ນສະ​ເໜີຮ່າງ​ກົດໝາຍ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ຮອບ​ເວລາ 80 ວັນ​ນັບ​ແຕ່​ເມື່ອ​ຖືກ​​ຄັດຄ້ານ​ຢູ່​ວຸດ​ທິສະພາ. ບັນດາ​ນັກ​ໄຈ້​ແຍກ​ຕີ​ລາຄາ​ວ່າ: ການ​ກະທຳ​​​ຫຼ້າສຸດ​ໃຫ້​ເຫັນ​ວ່າ: ຄວາມ​ປະ​ນິປະນອມ​ຂອງ​ລັດຖະບານ​ໃນ​ສະ​ພາບ​ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ຝ່າຍ​ຄ້ານ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຄັດຄ້ານ​ຮ່າງ​ກົດໝາຍ​ດັ່ງກ່າວ​​ຢູ່​ນະຄອນຫຼວງ ບັງ​ກອກ ມີ​ໄພ​ປິນຂັ້ນ​ໄດ.

 

ຂ່າວ/ບົດ​ອື່ນ