ສຳພັນທະມິດຂອງທ່ານປະທານາທິບໍດີ Emmanuel Macron ປະລາໄຊໃນການເລືອກຕັ້ງສະພາແຫ່ງຊາດ ຝລັ່ງ

(VOVWORLD) - ຕາມ AFP, ສຳພັນທະມິດ “ພ້ອມກັນ” ຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ບໍ່ສາມາດຍາດໄດ້ 289 ທີ່ນັ່ງທີ່ຈຳເປັນເພື່ອຍາດໄດ້ທີ່ນັ່ງສ່ວນຫຼາຍຢູ່ສະພາແຫ່ງຊາດ ຝລັ່ງ.
 
ສຳພັນທະມິດຂອງທ່ານປະທານາທິບໍດີ Emmanuel Macron ປະລາໄຊໃນການເລືອກຕັ້ງສະພາແຫ່ງຊາດ ຝລັ່ງ - ảnh 1
ສະຖານທີ່ປ່ອນບັດ Le Touquet,ຝລັ່ງ
(ພາບ: AFP/TTXVN)

ສຳນັກຂ່າວສານ AFP ໄດ້ຄັດສະເໜີຂໍ້ມູນໂດຍກະຊວງພາຍໃນ ຝລັ່ງ ປະກາດໃນຕອນເຊົ້າວັນທີ 20/6 ຊຶ່ງໃຫ້ຮູ້ວ່າ: ສຳພັນທະມິດຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືກປະລາໄຊໃນການແຂ່ງຂັນຍາດທີ່ນັ່ງໃນສະພາແຫ່ງຊາດປະເທດນີ້, ໃນຂະນະທີ່ຍາດໄດ້ພຽງ 245 ທີ່ນັ່ງ ໃນຈຳນວນ 577 ທີ່ນັ່ງທັງໝົດທີ່ອົງການນິຕິບັນຍັດຂອງປະເທດນີ້.

        ຕາມ AFP, ສຳພັນທະມິດ “ພ້ອມກັນ” ຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ບໍ່ສາມາດຍາດໄດ້ 289 ທີ່ນັ່ງທີ່ຈຳເປັນເພື່ອຍາດໄດ້ທີ່ນັ່ງສ່ວນຫຼາຍຢູ່ສະພາແຫ່ງຊາດ ຝລັ່ງ. ໃນຂະນະນັ້ນ, ສຳພັນທະມິດຝ່າຍຊ້າຍ NUPES ຂອງທ່ານ Jean Luc Melenchon ຍາດໄດ້ 135 ທີ່ນັ່ງ, ສ່ວນພັກ RN ຍາດໄດ້ພຽງ 89 ທີ່ນັ່ງເທົ່ານັ້ນ.

        ກ່ອນໜ້ານັ້ນ, ວັນທີ 19 ມິຖຸນາ, ບັນດາສະຖານທີ່ປ່ອນບັດເລືອກຕັ້ງໃນທົ່ວປະເທດໄດ້ເປີດປະຕູເປັນປົກກະຕິເພື່ອໃຫ້ບັນດາຜູ້ມີສິດເລືອກຕັ້ງ ຝລັ່ງ ໄປປ່ອນບັດໃນຮອບທີ 2 ຂອງການເລືອກຕັ້ງສະພາແຫ່ງຊາດຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ