ສຳພັນທະມິດບັນດາປະເທດມຸດສະລິມໃຫ້ຄຳໝັ້ນສັນຍາຕ້ານລັດທິກໍ່ການຮ້າຍ

(VOVWORLD) - ວັນທີ 26 ພະຈິກ, ສຳພັນທະມິດຕ້ານກໍ່ການຮ້າຍຂອງບັນດາປະເທດມຸດສະລິມມີກອງປະຊຸມສຸດຍອດຄັ້ງທຳອິດຢູ່ນະຄອນຫລວງ Riyadh ຂອງປະເທດ ອາຣັບບິ ຊະອຸດິ 
ສຳພັນທະມິດບັນດາປະເທດມຸດສະລິມໃຫ້ຄຳໝັ້ນສັນຍາຕ້ານລັດທິກໍ່ການຮ້າຍ - ảnh 1ສຳພັນທະມິດບັນດາປະເທດມຸດສະລິມ (ພາບ:  AFP/TTXVN)

ພາຍຫລັງເຫດບຸກໂຈມຕີກໍ່ການຮ້າຍນອງເລືອດຢູ່ ອີຢິບ ທີ່ເຮັດໃຫ້ 300 ຄົນເສຍຊີວິດ ເຊິ່ງໄດ້ກໍ່ຄວາມສັ່ນສະເທືອນເຖິງປະຊາຄົມສາກົນພຽງ 2,3 ວັນ.

        ກ່າວຄຳເຫັນທີ່ກອງປະຊຸມ, ມົງກຸດລາຊະກຸມມານ ອາຣັບບິ ຊະອຸດິ Mohammed bin Salman ຊີ້ແຈ້ງວ່າ: ໃນຊຸມປີຜ່ານມາ, ລັດທິກໍ່ການຮ້າຍໄດ້ປະກົດຂຶ້ນຢູ່ບັນດາປະເທດສະມາຊິກທັງໝົດ ແລະ ການສ້າງຄັ້ງສຳພັນທະມິດ ເພື່ອແນໃສ່ຢຸດຕິລັດທິຫົວຮຸນແຮງ. 40 ປະເທດສະມາຊິກຈະຮ່ວມມືພ້ອມກັນ ເພື່ອໜຸນຊ່ວຍບັນດາຄວາມມານະພະຍາຍາມດ້ານການເມືອງ, ສືບລາຊະການລັບ, ການເງິນ ແລະ ການທະຫານຂອງທຸກປະເທດສະມາຊິກ.

        ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 40 ປະເທດ, ເວັ້ນເສຍແຕ່ ກາຕາ ເຊິ່ງແມ່ນປະເທດພວມມີຄວາມເຄັ່ງຕຶງດ້ານການທູດກັບ 4 ປະເທດ ອາຣັບ, ໃນນັ້ນ ມີອາຮັບບີ ຊະອຸດິ.

ຕອບກັບ

ຂ່າວ/ບົດ​ອື່ນ