ສຳ​ພັນ​ທະ​ມິດສາ​ກົນ​ຕ້ານ​ການກໍ່​ການ​ຮ້າຍ​ໄດ້ຖອນ​ກຳ​ລັງທະ​ຫານ​ອອກ​ຈ​າກ​ຖານ​ທີ່​ໝັ້ນ Kirkuk ປະ​ເທດ​ອີ​ຣັກ

(VOVWORLD) -ວັນທີ 29 ມີນາ, ກຳລັງສຳພັນທະມິດສາກົນຕ້ານການກໍ່ການຮ້າຍຖະແຫຼງວ່າໄດ້ຖອນກຳລັງທະຫານອອກຈາກຖານທີ່ໝັ້ນ Kirkuk ຢູ່ທາງພາກເໜືອ ອີຣັກ ແລະ ມອບອຸປະກອນໃຫ້ແກ່ກຳລັງຄວາມໝັ້ນຄົງ ອີຣັກ.

ສຳພັນທະມິດນີ້ໃຫ້ຮູ້ວ່າ ເລື່ອງຖອນກຳລັງທະຫານບໍ່ກ່ຽວຂ້ອງເຖິງບັນດາການບຸກໂຈມຕີຖານທີ່ໝັ້ນທະຫານຂອງກອງທັບອາເມລິກາໃນມໍ່ໆມານີ້. ບັນດາກຳລັງຂຶ້ນກັບກອງກຳລັງທະຫານປະສົມໄດ້ຮັບການຜັນຂະຫຍາຍຄືນໃຫມ່ຢູ່ອີຣັກ ເພື່ອແນໃສ່ສືບຕໍ່ຕ້ານອົງການຈັດຕັ້ງພວກຫົວຮຸນແຮງ, ກໍ່ການຮ້າຍ. ສຳພັນທະມິດນີ້ກໍ່ຢຸດຕິຊົ່ວຄາວບັນດາການເຄື່ອນໄຫວຢູ່ອີຣັກເຊິ່ງໃນຂອບເຂດບັນດາມາດຕະການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງໂລກລະບາດ Covid – 19.

ກ່ອນໜ້ານັ້ນ, ສະພາແຫ່ງຊາດ ອີຣັກໄດ້ຮັບຮອງເອົາມະຕິສະບັບໜຶ່ງທີ່ຮຽກຮ້ອງໃຫ້ລັດຖະບານມານະພະຍາຍາມປັດເຂ່ຍບັນດາກຳລັງຕ່າງປະເທດຢູ່ປະເທດນີ້. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ເຊິ່ງເປັນຜູ້ນຳໜ້າສຳພັນທະມິດນີ້ ໄດ້ຢັ້ງຢືນວ່າ ຍັງຄົງຮັກສາກຳລັງທະຫານຢູ່ ອີຣັກ ແລະ ກະກຽມຍຸດທະສາດໃໝ່ເພື່ອຕ້ານຄືນບັນດາກຸ່ມທີ່ໄດ້ຮັບການໜູນຫຼັງຈາກ ອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ