ສຳພັນທະມິດເສລີປະຊາທິປະໄຕເອີຣົບ ສະເໜີຍຸດທະສາດໃໝ່ ໃນການພົວພັນກັບ ລັດເຊຍ

(VOVWORLD) - ວັນທີ 28 ກຸມພາ, ຮ່າງຍຸດທະສາດຂອງສະຫະພາບ ເອີຣົບ (ອີຢູ) ສຳລັບປະເທດ ລັດເຊຍ ໄດ້ປະກາດຢູ່ກອງປະຊຸມກ່ຽວກັບສາຍພົວພັນລະຫວ່າງ ອີຢູ ແລະ ລັດເຊຍ ໂດຍສຳພັນທະມິດເສລີ ແລະ ປະຊາທິປະໄຕ ເອີຣົບ (ALDE) ຈັດຕັ້ງ.

ຂໍ້ສະເໜີຂອງ ALDE ແມ່ນຮຽກຮ້ອງໃຫ້ສ້າງຍຸດທະສາດການຮ່ວມມືຂອງ ອີຢູ ສຳລັບ ລັດເຊຍ ເພື່ອແນໃສ່ອະນຸຍາດໃຫ້   

ບຣຸກແຊນ ຟື້ນຟູໂຄງປະກອບຄວາມສະຖຽນລະພາບຂອງ ເອີຣົບ ແລະ ເປີດກ້ວາງການພົວພັນ 2 ຝ່າຍກັບ ມົດສະກູ.

        ເມື່ອອອກສະເໜີເອກະສານຕໍ່ລັດຖະສະພາ ເອີຮົບ, ການນຳຂອງ ALDE ທ່ານ Guy Verhofstadt ຖະແຫຼງວ່າ ອີຢູ ຕ້ອງຊອກໄດ້ວິທີການ ເພື່ອຫລຸດພົ້ນອອກຈາກວິກິດການຄືປັດຈຸບັນກັບ ລັດເຊຍ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ກ່າວເຕືອນວ່າ ຍຸດທະສາດໃໝ່ຕ້ອງໄດ້ສ້າງຂຶ້ນບົນຫຼັກການ “ທີ່ມີເງື່ອນໄຂ ແລະ ບໍ່ມີຄວາມປົນເປກັບນະໂຍບາຍຫລຸດຜ່ອນຄວາມເຄັ່ງຕຶງ”

ຕອບກັບ

ຂ່າວ/ບົດ​ອື່ນ