ສຳລັບຫວຽດນາມ, ອະທິປະໄຕແຫ່ງຊາດແມ່ນສູງສຸດ

ສຳລັບຫວຽດນາມ, ອະທິປະໄຕແຫ່ງຊາດແມ່ນສູງສຸດ - ảnh 1
(ທ່ານ ຮ່ວາງ​ບິ່ງ​ກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​
ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ)

(vovworld) - ສຳລັບ​ຫວຽດນາມ, ອະທິປະ​ໄຕ​ແຫ່ງ​ຊາດ​ແມ່ນ​ສູງ​ສຸດ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ຮ່ວາງ​ບິ່ງ​ກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ ຢູ່​ນອກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ຕາມ​ທ່ານ ຮ່ວາງ​ບິ່ງ​ກວນ, ຍ້ອນ​ມີ​ຄວາມ​ແຕກ​ຕ່າງ​ກັນລະຫວ່າງ ຫວຽດນາມ ​ແລະ ຈີນ, ກໍ່​ຄື​​ລະຫວ່າງ​ບັນດາ​ປະ​ເທດ​ແຄມ​ທະ​ເລ​ຕາ​ເວັນ​ອອກ, ດັ່ງ​ນັ້ນ​ຕ້ອງ​ມີ​ບັນດາ​ເຄື່ອງມື​ເພື່ອ​ແກ້​ໄຂບັນຫາ. ນັ້ນ​ແມ່ນ​ບັນດາ​ພື້ນຖານ​ນິຕິ​ກຳ​ປະຫວັດສາດ ​ແລະ ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ພວມ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ທ່ານ ຮ່ວາງ​ບິ່ງ​ກວນ ຢືນຢັນ​ວ່າ, ຫວຽດນາມ​ ມີ​ພື້ນຖານ​ນິຕິ​ກຳ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຢືນຢັນ ຮ່ວາງ​ຊາ, ​ເຈື່ອງ​ຊາ ​ແມ່ນ​ຂອງ​ ຫວຽດນາມ, ​ແຕ່ ຫວຽດນາມ ​ກໍ່ເດັດ​ດຽວ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ. ຫວຽດນາມ​ຄັດຄ້ານ​ການ​ນຳ​ໃຊ້​ກຳລັງ​ອາວຸດ ​ແລະ ນາບ​ຂູ່​ນຳ​​ໃຊ້​ກຳລັງ​ອາວຸດ​ເພື່ອ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        “ຂ້າພະ​ເຈົ້າ​ຖື​ວ່າ​ເລື່ອງ​ແກ້​ໄຂ​ການຂັດ​ແຍ້​ງກັນ​ບໍ່​ສາມາດ​ປະຕິບັດ​ຢ່າງ​ໄວ​ໄດ້, ​ແຕ່​ຕ້ອງ​ປະຕິບັດ​ຕາມ​ຫຼັກການ​ລວມ. ​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ໄດ້​ເວົ້າ​ຢ່າງ​ຈະ​ແຈ້ງວ່າ, ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເພື່ອນມິດ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ ​ແລະ ​ແມ່ນ​ປະ​ເທດ​ທີ່ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ. ດັ່ງ​ນັ້ນ​ພວກ​ເຮົາ​ຈຶ່ງ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ເປັນ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ ​ໂດຍ​ອີງ​ໃສ່​ຄາດໝາຍ ​ແລະ ຫຼັກການ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຄື​ດັ່ງກ່າວ“.

ຂ່າວ/ບົດ​ອື່ນ