ສຳເນົາເອກະສານ ເຫຼື້ອມໄສບູຊາເຈົ້າຊີວິດຮຸ່ງ ຈະໄດ້ຮັບການ ຮັບຮອງຈາກ UNESCO

ສຳເນົາເອກະສານ ເຫຼື້ອມໄສບູຊາເຈົ້າຊີວິດຮຸ່ງ ຈະໄດ້ຮັບການ ຮັບຮອງຈາກ UNESCO - ảnh 1
ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ຖືກ​ຈັດ​ຂຶ້ນ​ໃນ​​ແຕ່ລະ​ປີ (ພາບ: baophutho)


Vovworld- ສຳ​ເນົາ​ເອກະ​ສານ​ກ່ຽວ​ກັບ​ການ​ເຫຼື້ອມ​ໄສ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ຢູ່​ແຂວງ​ຟູ້​ເຖາະ ​ແມ່ນ​ຖືກ​ນອນ​ໃນ​ຈຳນວນ 18 ມໍລະດົກ​ໄດ້​ຮັບ​ການສະ​ເໜີ​ຮັບຮອງ​ຢູ່​ທີ່​ກອງ​ປະຊຸມ​ຄະນະ​ກຳມາທິການ​ລະຫວ່າງລັດຖະບານ​ຂອງ​ສົນທິສັນຍາປີ 2003 ກ່ຽວ​ກັບ​ມໍລະດົກ​ວັດທະນະທຳ​ບໍ​ມີ​ຮູບ​ຮ່າງ​ຢູ່ ປາຣີ​ໃນ​ທ້າ​ຍອາທິດ​ໜ້າ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາ​ງ Cécile Duvelle ຫົວໜ້າ​ຄະ​ນະ​ເລຂານຸການຂອງ​ສົນທິສັນຍາປີ 2003 ກ່ຽວ​ກັບ​ການ​ອະນຸລັກມໍລະດົກ​ວັດທະນະທຳ​ບໍ​ມີ​ຮູບ​ຮ່າງ​ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 28/11ຢູ່​ປາຣີ. ທ່ານ​ນາ​ງ Cécile Duvelle ​ໄດ້​ຕີ​ລາຄາ​ສູງ​ສຳ​ເນົາ​ເອກະສານ​ຂອງ​ຫວຽດນາມ​ທີ່​ຍືນ​ສະ​ເໜີ​ໃນ​ປີ​ນີ້ ​ແລະ ຢືນຢັນ​ວ່າ ​ໃນ​ຄັ້ງ​ນີ້ ຫວຽດນາມ​ມີ​ກາລະ​ໂອກາດ​ໄດ້​ຮັບ​ການ​ເຊີດ​ຊູ 2 ຄັ້ງ. ທີ່ 1 ​ແມ່ນ​ສຳ​ເນົາ​ເອກະ​ສານ​ກ່ຽວ​ກັບ​ການ​ເຫຼື້ອມ​ໄສ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ, ທີ່ 2 ​ແມ່ນ​ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ອະ​ນຸລັກ​ຮັກສາມໍລະດົກ ”. ທ່ານ​ນາ​ງ Cécile Duvelle ກ່າວ​ວ່າ :   

   “ ຫວຽດນາມ​ໄດ້​ຕັ້ງໜ້າ​ແຕ່​ດົນ​ນານ​ມາ​ແລ້ວ ​ແລະ ​ໃນ​ປີ​ນີ້​ແມ່ນ​ຮອດ​ຫວຽດນາມ ຈະ​ສະ​ແດງ​ໃຫ້​​ໂລກເຫັນທຸກ​ສິ່ງ​ທີ່​ພວກ​ເພື່ອນ​ໄດ້​ເຮັດ, ບັນດາ​ຄວາມ​ມານະ​ພະຍາຍາມ​ສັງ​ລວມ, ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຄະນະ​ກຳມາ​ທິການ, ສະ​ຖາ​ບັນ​ອະນຸລັກ. ຫວຽດນາມ​ໄດ້​ຖືກ​​ເຕື້ອງເຖິງ​ຫຼາຍ​ໃນບັນດາ​ບົດ​ລາຍ​ງານ​ຂອງ​ຄະນະ​ກຳມາ​ທິການ​ມໍລະດົກ​ເພາະ​ໄດ້​ມີ​ບັນດາ​ມາດ​ຕະການ, ວິທີ​ການ​ອະນຸລັກ​ຮັກສາມໍລະດົກ​ທີ່​ໜ້າ​ສົນ​ໃຈ. ​ແລະ ພິ​ເສດ​ຫວຽດນາມ​ໄດ້​ນຳ​ບັນຫາ ອະນຸລັກ​ຮັກສາມໍລະດົກ​ເຂົ້າ​ໃນ​ຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາ​ດອີກ​ດ້ວຍ ”

ຂ່າວ/ບົດ​ອື່ນ