ສຳເລັດບັນດາວຽກງານ ເພື່ອປະຕິບັດກອງ ປະຊຸມ IPU-132


ສຳເລັດບັນດາວຽກງານ ເພື່ອປະຕິບັດກອງ ປະຊຸມ IPU-132  - ảnh 1

(ພາບ: vov.vn )

(vovworld)- ​ ວັນ​ທີ 17/12, ຢູ່​ຮ່າ​ໂນ້ຍ, ທ່າ​ນນາງ​ຕອງ​ທິຟອງ, ຫົວໜ້າຄະນະ​ຈັດ​ຕັ້ງກອງ​ປະຊຸມ​ສະມັດຊາ​ໃຫ່ຍລັດຖະສະພາ​ລະຫວ່າງ​ຊາດ​ໂລກຄັ້ງທີ 132 (IPU-132) ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ສຸມ​ໃສ່​ການ​ກວດກາ​ລະດັບ​ຄວາມ​ໄວ​ຂອງ​ວຽກ​ງານ​ຮັບ​ແຂກ-​ເຫດການ, ວັດທະນະທຳ-​ສິລະ​ປະ ​ແລະ ທ່ອງ​ທ່ຽວ​ຮັບ​ໃຊ້ IPU-132 ຊື່​ງຄາດ​ວ່າ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 28/3-1/4/2015 ຢູ່ຮ່າ​ໂນ້ຍ. ທ່າ​ນນາງ​ຕອງ​ທິຟອງ ສະ​ເໜີບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບຈົ່ງ​ກະກຽມ​ເປັນ​ຢ່າງ​ດີ​​ເພື​່ອຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ວາກ​ງານ. ລະອຽດຄື: ບັນດາ​ການ​ເຄື​ອ່ນ​ໄຫວ ຮັບ​ແຂກ-​ເຫດການ, ວັດທະນະທຳ-​ສິລະ​ປະ ​ແລະ ທ່ອງ​ທ່ຽວ ຕ້ອງ​ຮີ​ວ​ເຮັ່ງ​ສຳ​ເລັດ​ແຜ​ນການ​ຊັບຊ້ອນ​ບັນດາ​ລາຍການ​ທ່ອງ​ທ່ຽວ​ຂອງ​ຜູ້​ແທນ​ເຂົ້າຮ່ວມ ​ IPU-132./.

ຂ່າວ/ບົດ​ອື່ນ