ສຳເລັດລະບອບບັນຍັດ ພັດທະນາເສດຖະກິດ ການຕະຫຼາດ ຕາມທິດສັງຄົມນິຍົມ

ສຳເລັດລະບອບບັນຍັດ ພັດທະນາເສດຖະກິດ ການຕະຫຼາດ ຕາມທິດສັງຄົມນິຍົມ - ảnh 1
​ກ​ອງປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ບາງ​ບັນ​ຫາ​ດ້ານ​ທິດ​ສະ​ດີ -
ພຶດຕິ​ກຳ​ຕົວ​ຈິງພື້ນຖານກ່ຽວ​ກັບ​ການພັດທະນາ​ເສດ​ຖະກິດ​ການ​ຕະຫຼາດ​ຕາມກຳນົດ​ທິດ​ສັງຄົມ​ນິ້ຍົມ”
(ພາບ: chinhphu.vn)

(vovworld) - ວັນ​ທີ 08/03, ຢູ່​ນະຄອນ​ໂຮ່ຈິ​ມິນ, ຄະນະ​ຊີ້​ນຳ​ການ​ສະຫຼຸບ 30 ປີ​ແຫ່ງ​ການປ່ຽນ​ໃໝ່​ສົມທົບ​ກັບ​ຄະນະພັກ​ນະຄອນ​ໂຮ່​ຈິ​ມິນ ຈັດ​ຕັ້ງ​ກ​ອງປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ບາງ​ບັນ​ຫາ​ດ້ານ​ທິດ​ສະ​ດີ - ພຶດຕິ​ກຳ​ຕົວ​ຈິງພື້ນຖານກ່ຽວ​ກັບ​ການພັດທະນາ​ເສດ​ຖະກິດ​ການ​ຕະຫຼາດ​ຕາມກຳນົດ​ທິດ​ສັງຄົມ​ນິ້ຍົມ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ​ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ.

        “ຢືດໝັ້ນ​ການ​ພັດທະນາ​ຕາມ​ຮູບ​ແບບ​ດັ່ງກ່າວ, ພາຍຫຼັງ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ ​ບັນດາ​ປັດ​ໃຈ​ສ້າງ​​ເປັນ​ໂຄງ​ປະກອບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ​ນຳ​ເຂົ້າ​ເຄື່ອນ​ໄຫວ, ສຳ​ເລັດ​ເທື່ອ​ລະ​ກ້າວ. ບັນດາ​ຜົນງານ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ເສດຖະກິດ ​ແລະ ການ​ເມືອງ ​ໄດ້​ສ້າງບັນຍາກາດ​ປະຊາທິປະ​ໄຕ​ໃໝ່​ໃນ​ສັງຄົມ, ສ້າງ​ກຳລັງ​ໜູນ​ໃໝ່​ເພື່ອ​ນຳ​ປະ​ເທດ​ຊາດ ບໍ່​ພຽງ​ແຕ່​​ໄດ້ຫຼຸຸດພົ້ນ​ອອກ​ຈາກ​ວິ​ກິດ​ການ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ນຳ​ປະ​ເທດ​ກ້າວ​ຂຶ້ນ​ສູ່ກຸ່ມ​ບັນດາ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ, ​ປ່ຽນ​​ໃໝ່​ໂສມ​ໜ້າ​ປະ​ເທດ​ຊາດດຍ​​ພື້ນຖານ, ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາ​ມທຸກ​ຍາກ, ກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ​ຊາດ ​ໄດ້​ຮັບ​ການ​ເພີ່ມຂຶ້ນ​ຢ່າງ​ຈະ​ແຈ້ງ​ອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ