ສຳເລັດວຽກງານ ປັກຫລັກໝາຍຊາຍແດນ ຫວຽດນາມ - ລາວ ກ່ອນເດືອນ 9/2012

ສຳເລັດວຽກງານ    ປັກຫລັກໝາຍຊາຍແດນ ຫວຽດນາມ - ລາວ ກ່ອນເດືອນ 9/2012 - ảnh 1
ຫລັກໝາຍຊາຍແດນ ຫວຽດນາມ - ລາວ
ພາບ:


(vovworld) -  ຫນ່ວຍປະສົມປັກຫລັກໝາຍຊາຍແດນຂອງສອງແຂວງ ກວ໋າງນາມ ແລະ ເຊກອງ ໄດ້ເປັນເອກະພາບຈະສຳເລັດວຽກງານປັກຫລັກໝາຍຊາຍແດນສອງປະ​ເທດ​ກ່ອນ​ເດືອນ 9/2012. ຕາມ​ລາຍ​ງານ​ແລ້ວ, ຍອດ​ຈຳນວນ​ຫລັກ​ໝາຍ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ພື້ນ​ທີ່​ຕົວ​ຈິງ​ແມ່ນ 56 ​ເສົາ. ປະຈຸ​ບັນ ຍັງ​ມີ 4 ​ເສົາ ພວມ​ໄດ້​ຮັບ​ການ​ຕິດຕາມ​ກໍ່ສ້າງ ລ້ວນ​ແຕ່​ມີ​ທີ່​ຕັ້ງ​ທຸລະກັນດານ. ຫນ່ວຍ​ປະສົມ​ດັ່ງກ່າວ​ໄດ້​ເປັນ​ເອກະ​ພາບ​ ຈະ​ຍາດ​ແຍ່ງ​​ໂອກາດ​ທີ່​ພວມ​ເອື້ອ​ອຳນວຍຄວາມ​ສະດວກ​ເພື່ອ​ກໍ່ສ້າງສຳ​ເລັດ 4 ​ເສົາ​ທີ່​ຍັງ​ເຫລື​ອກ່ອນ​ລະດູຝົນ​ວຽນມາ, ຈັດ​ຕັ້ງການ​ກວດກາ, ປະ​ເມີ​ນຜົນ​ ​ແລະ ສຳ​ເລັດ​ບັນດາ​ສຳ​ເນົາ​ເອກະສານ​ທາງ​ດ້ານ​ກົດໝາຍ, ​ເຕັກນິກ​ສຳລັບ​ບັນດາ​ຫລັກ​ໝາຍ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ, ມອບ​ໃຫ້​ກຳລັງ​ຄຸ້ມ​ຄອງ​ຊາຍ​ແດນ​ຂອງ​ສອງ​ແຂວງ​ຮັບຜິດຊອບ.



ຂ່າວ/ບົດ​ອື່ນ