ສ.ເກົາຫຼີ: ກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ ຄັ້ງທີ 2 ແມ່ນກາລະໂອກາດຊຸກຍູ້ສັນຕິພາບ

(VOVWORLD) -ກອງປະຊຸມສຸດຍອດໃກ້ຈະມາເຖິງ ລະຫວ່າງ ອາເມລິກາ ແລະ ສປປ ເກົາຫຼີ ແມ່ນກາລະໂອກາດທີ່ມີລັກສະນະຕັດສິນຊ່ວຍຍູ້ແຮງຄວາມມານະຍາຍາມເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ແຫຼມ ເກົາຫຼີ. 

  ກ່າວຄຳເຫັນທີ່ເວທີປາໄສ Fullerton ໂດຍສະຖາບັນຄົ້ນຄວ້າຍຸດທະສາດສາກົນຈັດຂຶ້ນເມື່ອວັນທີ 28 ມັງກອນ, ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ສ ເກົາຫຼີ Suh Choo-suk ຮຽກຮ້ອງການໜູນຊ່ວຍຈາກສາກົນ ສຳລັບນະໂຍບາຍການຕ່າງປະເທດຂອງ Seoul ກ່ຽວກັບການຮ່ວມມື ລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ. ພ້ອມນັ້ນທ່ານກໍ່ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງທາງດ້ານການທະຫານ ລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ທີ່ບັນລຸໄດ້ໃນປີ 2018, ທ່ານຖືວ່າ ນີ້ແມ່ນການກະທຳເພື່ອແນໃສ່ສະກັດກັ້ນ ບັນດາການປະທະກັນທາງທະຫານແບບບັງເອີນ, ລົບລ້າງຄວາມສຽງເກີດສົງຄາມ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຂ້າມຊາຍແດນ. ຢູ່ນອກ ເວທີປາໄສ Fullerton, ທ່ານ suk ມີແຜນຈັດຕັ້ງການເຈລະຈາສະເພາະ ກັບບັນດາເຈົ້າໜ້າທີ່ຈາກ ສິງກະໂປ, ຫວຽດນາມ  ແລະ ອິນໂດເນເຊຍ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືວຽກງານປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ