ສ.ເກົາຫຼີ ກະຕຸກຊຸກຍູ້ ສປປ.ເກົາຫຼີ ກັບຄືນສູ່ການ ເຈລະຈາໂດຍໄວ

ສ.ເກົາຫຼີ ກະຕຸກຊຸກຍູ້ ສປປ.ເກົາຫຼີ ກັບຄືນສູ່ການ ເຈລະຈາໂດຍໄວ - ảnh 1
(ພາປະກອບ)

(vovworld) - ຕາມ​ແຫຼ່ງຂ່າວ​ຈາກ​ຊ່ອງໂທລະພາບ KBS ຂອງ​ສ.​ເກົາຫຼີ ວັນ​ທີ 21/05, ກະຊວງ​​ໂຮມ​ປະ​ເທດ​​ຊາດ​ເປັນ​ເອກະ​ພາບຂອງ​ປະ​ເທດ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້ ສປປ.​ເກົາຫຼີ ກັບ​ຄືນ​ສູ່​ການ​ເຈລະຈາ​ໂດຍ​ໄວ, ພ້ອມທັງໃຫ້​ຮູ້​ວ່າ ຂໍ້​ສະ​ເໜີ​ຈັດ​ຕັ້ງກອງ​ປະຊຸມ​ຂັ້ນ​ນັກວິຊາ​ການ​ຂອງ ​ເຊີ​ອຸນ ຍັງ​ມີ​ຜົນ​ສັກສິດຢູ່. ຄຳ​ຖະ​ແຫຼ​ງດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ສະຖານະ​ການທີ່ ສປປ.​ເກົາຫຼີ ​​ຍິງ​ລູກ​ສອນ​ໄຟ​​ໄລຍະສັ້ນ 6 ລູກ ​ແຕ່​ວັນ​ທີ 18 – 20/05, ລັດຖະບານ​ສ.​ເກົາຫຼີ ​ໄດ້​ອອກ​​ແຈ້ງ​ການກະຕຸກ​ຊຸກຍູ້ ພຽງ​ຢາງ ຢຸດຕິ​ບັນດາ​ການ​ກະທຳ​ທີ່​ເຮັດ​​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຢູ່​ແຫຼມ​ ເກົາຫຼີ. ຕາມ​ສຳນັກ​ຂ່າວ​ສານ Yonhap ​ແລ້ວ, ບັນດາ​ຜູ້​ຊ່ຽວຊານ​ຂອງ​ປະ​ເທດ​ນີ້​ໃຫ້​ຮູ້​ວ່າ : ບາງ​ເທື່ອ​ບັນດາ​ເຫດ​ຍິງ​ລູກ​ສອນ​ໄຟ​ຫວ່າງ​ແລ້ວ​​ນີ້​ຂອງ ສປປ.​ເກົາຫຼີ ​ແມ່ນ​ເພື່ອ​ທົດ​ລອງ​ລະບົບ​ຍິງ​ລູກ​ສອນ​ໄຟ                       (MLRS). ບັນດາ​ພາຫະນະ​ສື່​ມວນ​ຊົນ​ສ.​ເກົາຫຼີ ຖື​ວ່າ ລະບົບ MLRS ​ໃໝ່​ຂອງ​ສປປ.​ເກົາຫຼີ ສາມາດ​ຍິງ​ໃນ​ໄລຍະ​​ໄກ 120 ກ.ມ, ໝາຍ​ຄວາມ​ວ່າ​​ສາມາດ​ຍິງ​ເຖິງ​ພາກ​ກາງຂອງ​ສ.​ເກົາຫຼີ.

 

ຂ່າວ/ບົດ​ອື່ນ