ສ.ເກົາຫຼີ: ການເຈລະຈາລະຫວ່າງອາເມລິກາ - ສປປ.ເກົາຫຼີ ຈະເຊື່ອມຕໍ່ຄືນໃໝ່ໃນໄວໆນີ້

(VOVWORLD) -ອາເມລິກາ ແລະ ສປປ.ເກົາຫຼີ ອາດຈະເຊື່ອມຕໍ່ບັນດາການເຈລະຈາກ່ຽວກັບການປອດນິວເຄຼຍຄືນໃໝ່ໃນໄວໆນີ້ ຍ້ອນທັງ 2 ຝ່າຍຍັງຮັກສາການຕິດຕໍ່ເປັນປະຈຳ.

ສ.ເກົາຫຼີ: ການເຈລະຈາລະຫວ່າງອາເມລິກາ - ສປປ.ເກົາຫຼີ ຈະເຊື່ອມຕໍ່ຄືນໃໝ່ໃນໄວໆນີ້ - ảnh 1

 ທ່ານ Lee Do hoon, ທູດພິເສດສ.ເກົາຫຼີ ກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ

(ພາບ: Yonhap)

ກ່າວຄຳເຫັນຕໍ່ວົງການນັກຂ່າວເມື່ອໄປ ວໍຊິງຕັນ, ປະເທດອາເມລິກາ ເພື່ອເຈລະຈາກັບ ທ່ານ Stephen Biegun, ທູດພິເສດອາເມລິກາ ກ່ຽວກັບສປປ.ເກົາຫຼີ, ທ່ານ Lee Do hoon, ທູດພິເສດສ.ເກົາຫຼີ ກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ, ໃຫ້ຮູ້ວ່າ: ຄາດວ່າ ສ.ເກົາຫຼີ ແລະ ອາເມລິກາ ຈະພົບປະກັນໃນວັນທີ 20 ກັນຍາ ເພື່ອເປັນເອກະພາບຫຼັກໝັ້ນ, ກ່ອນທີ່ວໍຊິງຕັນ ແລະ ພຽງຢາງ ຈະເຈລະຈາກ່ຽວກັບບັນຫາປອດນິວເຄຼຍໃນແຫຼມເກົາຫຼີ ເພື່ອແລກເອົາບັນດາການຜ່ອນຜັນທາງດ້ານເສດຖະກິດ ແລະ ການເມືອງ. ທ່ານ Lee Do hoon ໃຫ້ຮູ້ວ່າ, ຄາດວ່າທ່ານຈະປຶກສາຫາລືກັບທ່ານ Stephen Biegun ກ່ຽວກັບບັນດາວິທີຮັກສາທ່າເຈລະຈາກັບສປປ.ເກົາຫຼີ ໃນຂະນະທີ່ຍັງບັນລຸໄດ້ຄວາມຄືບໜ້າໃນບັນດາບັນຫາສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ