ສ.ເກົາຫຼີ ກ່າວຫາ ສປປ.ເກົາຫຼີ ລະເມີດຂໍ້ ຕົກລົງລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

ສ.ເກົາຫຼີ ກ່າວຫາ ສປປ.ເກົາຫຼີ ລະເມີດຂໍ້ ຕົກລົງລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ - ảnh 1
ສປປ.​ເກົາຫຼີ ຍຸບ​ເລີກ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ເພີ່ມ​ເງິນ​ເດືອນ​ເພດານ​
ໃຫ້​ກຳມະກອນທີ່​ເຮັດ​ວຽກ​ຢູ່​ເຂດ​ອຸດສາຫະກຳ Kaesong
(ພາບ: AP)


(vovworld) – ວັນ​ທີ 08/12, ສ.​ເກົາຫຼີ ສະ​ແດງ​ຄວາມ​ດາຍ​ຕໍ່​ກ່ຽວ​ກັບ​ເລື່ອງສປປ.​ເກົາຫຼີ ຍຸບ​ເລີກ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ເພີ່ມ​ເງິນ​ເດືອນ​ເພດານ​ໃຫ້​ກຳມະກອນທີ່​ເຮັດ​ວຽກ​ຢູ່​ເຂດ​ອຸດສາຫະກຳ Kaesong ພຽງ​ລຳພັງ​ຝ່າຍ​ດຽວ. ​ໂຄສົກ​ກະຊວງ​​ໂຮມ​ປະ​ເທດ​ຊາດເອກະ​ພາບ​ສ.​ເກົາຫຼີ Lim Byeong cheol ຢືນຢັນ​ວ່າ: ພຽງ​ຢາງ ​ໄດ້​ລະ​ເມີດ​ຂໍ້​ຕົກລົງ​ລະ​ຫວ່າງ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ພຽງ​ລຳພັງ​ຝ່າຍ​ດຽວ, ຖື​ວ່າ ລະບົບ​ເງິນ​ເດືອນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຜ່ານ​ການ​ປຶກສາ​ຫາລື 2 ຝ່າຍ, ຍ້ອນ 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ຈະ​ປັບປຸງ​ລະດັບ​ເງິນ​ເດືອນ​ໃຫ້​ກຳມະກອນ​ຕາມ​ມາດຖານ​ສາກົນ. ຖະ​ແຫຼງກ​ານ​ດັ່ງກ່າວ​​ໂດຍ​ ເຊີ​ອູ​ນ ຍົກ​ອອກ​ມາ​ເມື່ອທ້າ​ຍອາທິດ​ກ່ອນ ພາຍຫຼັງ​ທີ່ພຽງ​ຢາງ ຕົກລົງ​ຍຸບ​ເລີກຂໍ້​ກຳນົດ​ກ່ຽວ​ກັບ​ລະດັບເພີ່ມ​ເງິນ​ເດືອນ​ເພດານ 5%/ປີ ​ໃຫ້​ກຳມະ​ກອນຂອງ​ສປປ.​ເກົາຫຼີ ​ປະມານ 53.000 ຄົນ ທີ່ພວມ​ເຮັດ​ວຽກ​ຢູ່ Kaesong. ຕາມ​ທ່ານ Lim Byeong cheol ​ແລ້ວ, ພຽງ​ຢາງ ຍັງ​ບໍ່​ທັນ​ແຈ້ງ​​ໃຫ້​ເຊີ​ອູ​ນ ກ່ຽວກັບ​ຂໍ້​ຕົກລົງ​ເປັນ​ທາງ​ການ​ຂອງ​ຕົນ ​ແລະ ​ເຊີ​ອູ​ນ ຕ້ອງ​ຊັ່ງຊາ​ຄື​ນບັນດາ​ມາດ​ຕະການ​ໂຕ້​ຕອບຕໍ່ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ