ສ.ເກົາຫຼີ ກຳນົດບໍລິເວນຜັນຂະຫຍາຍ THAAD

ສ.ເກົາຫຼີ ກຳນົດບໍລິເວນຜັນຂະຫຍາຍ THAAD - ảnh 1
ສ.ເກົາຫຼີ ກຳນົດບໍລິເວນຜັນຂະຫຍາຍ THAAD
AFP/TTXVN


(vovworld) - ວັນ​ທີ 20/04 ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ ປະ​ກາດ​ວ່າ ປະ​ເທດນີ້ ໄດ້​ສຳ​ເລັດ​ວິ​ວັດ​ການ​ສະ​ໜອງ​ທີ່​ດິນ ເປັນ​ສະ​ຖານ​ທີ່​ຜັນ​ຂະ​ຫຍາຍ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຊັ້ນ​ສູງ​ໄລ​ຍະ​ທຸດ​ທ້າຍ (THAAD) ຂອງ ອາ​ເມ​ລິ​ກາ. ຕາມ​ແຈ້ງ​ການ​ຂ່າວ​ຂອງ​ກະ​ຊວງການ​ຕ່າງ​ປະ​ເທດ ສ.ເກົາຫຼີ, ວິ​ວັດ​ການ​ປຶກ​ສາ​ຫາ​ລື​​ກ່ຽວ​ກັບເລື່ອງ​ສະ​ໜອງ​ທີ​່​ດິນ​ຜັນ​ຂະ​ຫຍາຍ THAAD ​ເລີ່ມ​ຕົ້ນ​ແຕ່​ວັນ​ທີ 02/03 ຜ່ານ​ມາ. ກອງ​ທັບ ອາ​ເມ​ລິ​ກາ ໄດ້​ຮັບ​ອະ​ນຸ​ຍາດ​ເລີ່ມ​ຜັນ​ຂະ​ຫຍາຍ THAAD ໃນ​ເນື້ອ​ທີ່​ດິນ 300.000 ​ຕາ​ລາງກມ ຢູ່​ເມືອງ Seongju ຫ່າງ​ຈາກ​ນະ​ຄອນ​ຫລວງ ເຊ​ອູນ ໄປທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ 300 ກ​ມ​. ຂໍ້​ຕົກ​ລົງ​ດັ່ງ​ກ່າວ ບັນ​ລຸ​ໄດ້​ກ່ອນນີ້​ເກືອບ 2 ເດືອນ ພາຍ​ຫລັງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ ປະ​ຕິ​ບັດ​ບັນ​ດາ​ການ​ເຈ​ລະ​ຈາ​ກັ​ບ​ກຳ​ລັງ​ຂອງ ອາ​ເມ​ລິ​ກາ ປະ​ຈຳ ສ.ເກົາຫຼີ (USFK) ​ເພື່ອແນ​ໃສ່​ສະ​ໜອງ​ທີ່​ດິນ ໃຫ້​ຈຸດ​ປະ​ສົງ​ດ້ານ​ການ​ທະ​ຫານ, ເໝາະ​ສົ​ມ​ກັບ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ກົດລະ​ບຽບສຳ​ລັບ​ບັນ​ດາ​ກຳ​ລັງ​ຂອງ ອາ​ເມ​ລິ​ກາ.


ຕອບກັບ

ຂ່າວ/ບົດ​ອື່ນ