ສ.ເກົາຫຼີ - ຈີນ - ຍີ່​ປຸ່ນ ປະ​ກາດ​ວັນ​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ ສາມ​ຝ່າຍ

(VOVWORLD) - ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄືອຊຽນ ພ້ອມກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ຈະດຳເນີນກອງປະຊຸມສຸດຍອດສາມຝ່າຍ ໃນວັນທີ 27 ພຶດສະພາ. 
ສ.ເກົາຫຼີ - ຈີນ - ຍີ່​ປຸ່ນ ປະ​ກາດ​ວັນ​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ ສາມ​ຝ່າຍ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄືອຊຽນ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida (ພາບ: Kyodo)

ວັນທີ 23 ພຶດສະພາ, ຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ໄດ້ປະກາດວ່າ ບັນດາການນຳ ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ ຈະດຳເນີນກອງປະຊຸມສຸດຍອດ ສາມຝ່າຍ ຢູ່ນະຄອນຫຼວງ ເຊີອູນ ໃນລະຫວ່າງ ວັນທີ 26 - 27 ພຶດສະພາ. ນີ້ແມ່ນກອງປະຊຸມສຸດຍອດຄັ້ງທຳອິດ ລະຫວ່າງສາມປະເທດ ໃນ 4 ປີຜ່ານມາ, ພາຍຫຼັງກອງປະຊຸມຢູ່ ຈີນ ໃນປີ 2019.

ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄືອຊຽນ ພ້ອມກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ຈະດຳເນີນກອງປະຊຸມສຸດຍອດສາມຝ່າຍ ໃນວັນທີ 27 ພຶດສະພາ. ສ່ວນ ໃນວັນທີ 26 ພຶດສະພາ, ທ່ານປະທານາທິບໍດີ Yoon Suk Yeol ຈະມີການພົບປະສອງຝ່າຍກັບການນຳຈີນ ແລະ ຍີ່ປຸ່ນ ຢູ່ຫ້ອງວ່າການປະທານາທິບໍດີ.

ກອງປະຊຸມສຸດຍອດ ສ.ເກົາຫຼີ - ຈີນ - ຍີ່ປຸ່ນ ຈະປຶກສາຫາລື 6 ຂົງເຂດຮ່ວມມືລວມມີ: ເສດຖະກິດ ແລະ ການຄ້າ; ການພັດທະນາແບບຍືນຍົງ; ບັນດາບັນຫາການແພດ, ວິທະຍາສາດ ແລະ ເຕັກໂນໂລຢີ; ການຄຸ້ມຄອງ ຄວາມປອດໄພ ແລະ ວິນາດສະກຳ; ການພົບປະແລກປ່ຽນປະຊາຊົນ, ພ້ອມທັງຍົກອອກຖະແຫຼງການຮ່ວມ. ໄປຄຽງຄູ່ກັນນັ້ນ, ບັນດາການນຳກໍ່ຄາດວ່າ ຈະແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ກໍ່ຄືພົບປະກັບນັກທຸລະກິດ ແລະ ເຂົ້າຮ່ວມເວທີປາໄສດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ