​ສ.ເກົາຫຼີ - ຈີນ ເຫັນ​ດີ​ເປັນ​ເອ​ກະ​ພາບ ຊຸກ​ຍູ້​ການ​ເຈ​ລະ​ຈາ​ເປີດກວ້າງ​ຂອບຂະ​ໜາດ FTA ສອງ​ຝ່າຍ

(VOVWORLD) -  ຫ້ອງວ່າການ ປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ: ໃນວັນທີ 23 ທັນວາ, ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານ ຫລີເຄີສຽງ ນາຍົກລັດຖະມົນຕີ ຈີນ ໄດ້ເຫັນດີເປັນເອກະພາບຊຸກຍູ້ການປຶກສາຫາລືກ່ຽວກັບການເປີດກວ້າງຂອບຂະໜາດຂໍ້ຕົກລົງການຄ້າເສລີ (FTA) ສອງປະເທດ.
​ສ.ເກົາຫຼີ - ຈີນ ເຫັນ​ດີ​ເປັນ​ເອ​ກະ​ພາບ ຊຸກ​ຍູ້​ການ​ເຈ​ລະ​ຈາ​ເປີດກວ້າງ​ຂອບຂະ​ໜາດ FTA ສອງ​ຝ່າຍ - ảnh 1ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ  (ພາບ: YONHAPNEWS)

ໃນການພົບປະກັບທ່ານ ຫລີເຄີສຽງ ຢູ່ ເຈິ້ງຕູ, ປະເທດຈີນ, ທ່ານ Moon Jae-in ໄດ້ສະເໜີກ່ຽວກັບການຍົກສູງລະດັບການຮ່ວມມືດ້ານເສດຖະກິດຜ່ານບັນດາການເຈລະຈາທີ່ໄດ້ຮັບການຈັດຕັ້ງກ່ຽວກັບການບໍລິການ ແລະ ການລົງທຶນ, ເພື່ອແນໃສ່ເປີດກ້ວາງຂອບຂະໜາດ FTA ເຊິ່ງເປັນສັນຍາທີ່ມີຜົນສັກສິດແຕ່ທ້າຍປີ 2015.

ແລະກໍ່ໃນວັນດຽວກັນ, ທ່ານ Moon Jae-in ໄດ້ມີການເຈລະຈາກັບທ່ານປະທານປະເທດຈີນ ສີຈິ້ນຜິງ ຢູ່ນະຄອນປັກກິ່ງ ໃນຂອບເຂດການຢ້ຽມຢາມຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ 3 ຝ່າຍ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ ທີ່ຈະໄດ້ຮັບການຈັດຕັ້ງຢູ່ ນະຄອນ ເຈິ້ງຕູ, ປະເທດຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ