ສ​.ເກົາຫຼີ ​ຍົກໃຫ້ເຫັນບົດ​ບາດ​ຂອງ​ສັນ​ຕິ​ພາບ​ແບບ​ຍືນ​ຍົງ​ຢ​ູ່​ແຫຼມ​ເກົາຫຼີ​ກັບ​ຄວາມ​ສະ​ຫງົບ​ອາ​ຊ​ີ

(VOVWORLD) - ເລື່ອງປັບປຸງ “ສັນຕິພາບແບບຍືນຍົງ” ຢູ່ແຫຼມເກົາຫຼີແມ່ນເງື່ອນໄຂທີ່ສຳຄັນເພື່ອບັນລຸໄດ້ເປົ້າໝາຍ “ສັນຕິພາບແບບຍາວນານ” ຢູ່ ອາຊີ.
ສ​.ເກົາຫຼີ ​ຍົກໃຫ້ເຫັນບົດ​ບາດ​ຂອງ​ສັນ​ຕິ​ພາບ​ແບບ​ຍືນ​ຍົງ​ຢ​ູ່​ແຫຼມ​ເກົາຫຼີ​ກັບ​ຄວາມ​ສະ​ຫງົບ​ອາ​ຊ​ີ - ảnh 1ພາຍປະກອບ(TTXVN) 

        ວັນທີ 29 ພຶດສະພາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Lee Tae – ho ໃຫ້ຂໍ້ສັງເກດວ່າ: ເລື່ອງປັບປຸງ “ສັນຕິພາບແບບຍືນຍົງ” ຢູ່ແຫຼມເກົາຫຼີແມ່ນເງື່ອນໄຂທີ່ສຳຄັນເພື່ອບັນລຸໄດ້ເປົ້າໝາຍ “ສັນຕິພາບແບບຍາວນານ” ຢູ່ ອາຊີ. ກ່າວຄຳເຫັນທີ່ ເວທີປາໄສເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ເກາະພັກຜ່ອນບຳລຸງສຸຂະພາບ Jeju, ທ່ານຮອງລັດຖະມົນຕີ Lee Tae – ho ໃຫ້ຮູ້ວ່າ ເພື່ອປັບປຸງສັນຕິພາບແບບຍືນຍົງຕ້ອງມີການຮ່ວມມື, ແລກປ່ຽນ ແລະ ການຄ້າຢ່າງກ້ວາງຂວາງລະຫວ່າງບັນດາປະເທດໃນພາກພື້ນ, ເຊິ່ງຕາມທ່ານແລ້ວ, ຈະຊ່ວຍໃຫ້ບັນດາຝ່າຍເຂົ້າໃຈເຊິ່ງກັນແລະກັນຫຼາຍກ່ວາອີກ ກໍ່ຄືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ທ່ານ Lee  ກໍ່ ຫວັງວ່າຂໍ້ສະເໜີທີ່ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae –in ຍົກອອກມາໃນຕົ້ນປີ 2018 ນັ້ນແມ່ນເພື່ອແນໃສ່ສ້າງຕັ້ງປະຊາຄົມທາງລົດໄຟ ອາຊີຕາເວັນອອກເຊິ່ງຈະຊ່ວຍສ້າງພື້ນຖານຫຼາຍຝ່າຍເພື່ອຊຸກຍູ້ສັນຕິພາບ ແລະ ຄວາມສະຫງົບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ