ສ.ເກົາຫຼີ, ຍີ່ປຸ່ນ ກ່າວເຕືອນຈະໂຕະຕອບຖ້າຫາກ ສປປ.ເກົາຫຼີ ຍິງດາວທຽມ

(VOVWORLD) - ກະຊວງປ້ອງກັນປະເທດ ຍີ່ປຸ່ນ ກໍ່ໃຫ້ຮູ້ວ່າ, ໄດ້ກະກຽມໃຫ້ທຸກສະພາບການ ເພື່ອທຳລາຍລູກສອນໄຟບໍ່ວ່າລູກສອນໄຟປະເພດໃດຂອງ ສປປ.ເກົາຫຼີ ຖ້າຫາກຍິງຜ່ານຜືນແຜ່ນດິນຂອງປະເທດນີ້.

       ວັນທີ 29 ພຶດສະພາ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ ສປປ.ເກົາຫຼີ ຈົ່ງຖອນແຜນການຍິງດາວທຽມສອດແນມປ້ອງກັນຊາດ, ພ້ອມທັງໃຫ້ຮູ້ວ່າ ຈະຮ່ວມມືກັບບັນດາຝ່າຍທີ່ກ່ຽວຂ້ອງໂຕະຕອນການເກາະຜິດຈາກຝ່າຍ ສປປ.ເກົາຫຼີ. ຖະແຫຼງການຂອງກະຊວງການຕ່າງປະເທດ ສ.ເກົາຫຼີ ຍົກອອກມາ ພາຍຫຼັງທີ່ຝ່າຍ ສປປ.ເກົາຫຼີ ແຈ້ງໃຫ້ ຍີ່ປຸ່ນ ຊາບກ່ຽວກັບແຜນການຍິງດາວທຽມສອດແນມປ້ອງກັນຊາດໃນເວລາແຕ່ວັນທີ 31 ພຶດສະພາ ຫາວັນທີ 11 ມິຖຸນາ.

        ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ກໍ່ໃຫ້ຮູ້ວ່າ, ໄດ້ກະກຽມໃຫ້ທຸກສະພາບການ ເພື່ອທຳລາຍລູກສອນໄຟບໍ່ວ່າລູກສອນໄຟປະເພດໃດຂອງ ສປປ.ເກົາຫຼີ ຖ້າຫາກຍິງຜ່ານຜືນແຜ່ນດິນຂອງປະເທດນີ້. ບັນດາການກະທຳຂອງ ສປປ.ເກົາຫຼີ ພວມລະເມີດມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ຍີ່ປຸ່ນ ພ້ອມແລ້ວຈະມີບັນດາການກະທຳໂຕະຕອບຢ່າງສົມເຫດສົມຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ