ສເກົາຫຼີ, ຍີ່ປຸ່ນຄັດຄ້ານ ແຜນການຍິງດ່າວທຽມຂອງ ສປປ ເກົາຫຼີ

ສເກົາຫຼີ, ຍີ່ປຸ່ນຄັດຄ້ານ ແຜນການຍິງດ່າວທຽມຂອງ ສປປ ເກົາຫຼີ - ảnh 1

ສປປ ເກົາຫຼີ​ ໄກ້ຈະ​ຍິງ​ດາວ​ທຽມ​Kwangmyongsong - 3
(ພາບປະກອບ)

​(vovworld) - ວັນ​ທີ 1/12, ພາຍຫຼັງ​ທີ່ ສປປ ​ເກົາຫຼີ​ແຈ້ງ​ໃຫ້​ຊາບ​ແຜນການ​ຍິງ​ດາວ​ທຽມ​ສັງ​​ເກດ​ໜ່ວຍ​ໂລກ ກວາງ​ມຽງ​ເຊິ​ງ - 3 (Kwangmyongsong - 3) ​ໃນ​​ລະຫວ່າງ​ວັນ​ທີ 10-22/12 ຈະ​ມາ​ເຖິງ​ນັ້ນ, ສ​ເກົາຫຼີ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ແຜນການ​ດັ່ງກ່າວ​ຂອງ​ພຽງ​ຢາງ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ສ​ເກົາຫຼີ​ເວົ້າ​ວ່າ, ​ເຊີ​ອູ​ນຖື​ວ່າ​ແຜນການ​ດັ່ງກ່າວ​ຂອງ ສປປ ​ເກົາຫຼີ ​ແມ່ນ​ເພື່ອ​ແນ​ໃສ່​ຍິງ​ລູກ​ສອນ​ໄຟໄລຍະ​ໄກ, ພ້ອມ​ທັງ​ກ່າວ​ເຕືອນ​ພຽງ​ຢາງ​ ວ່າ​, ປະ​ເທດ​ນີ້​ອາດ​ຈະ​ຖືກ​ປະ​ເຊີນ​ໜ້າ​ກັບ​ການ​ຄັດຄ້ານ​ຢ່າງ​ແຮງ​ຈາກ​ປະຊາ​ຄົມ​ໂລກ. ຕາມ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຍີ່ປຸ່ນ​ ແລ້ວ,  ທ່ານ​ນາຍົກລັດຖະມົນຕີ ​ໂນ​ດາ ​ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ຈີນ, ສ​ເກົາຫຼີ, ລັດ​ເຊຍ, ອາ​ເມ​ລິ​ກາ ​ເພື່ອ​ຮຽກຮ້ອງ​ໃຫ້​ພຽງ​ຢາງ​ ຢຸດ​ຕິ​ການປະຕິບັດ​ແຜນການ​ດັ່ງກ່າວ.

 

ຂ່າວ/ບົດ​ອື່ນ