ສ.ເກົາຫຼີ ຍາມ​ໃດ​ກໍ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ທຸກ​ຂົງ​ເຂດ

(VOVWORLD) - ຕອນບ່າຍວັນທີ 18 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ Park Jin ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ສ.ເກົາຫຼີ ຍາມ​ໃດ​ກໍ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ທຸກ​ຂົງ​ເຂດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ Park Jin (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ເລື່ອງສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດຢ່າງແຮງ, ແທດຈິງ, ມີປະສິດທິຜົນ ແລະ ເລິກເຊິ່ງກວ້າງຂວາງກວ່າເກົ່ານັ້ນ ແມ່ນຄວາມຕັດສິນໃຈລວມຂອງລັດຖະບານ, ປະຊາຊົນ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ທັງສອງຝ່າຍ ສືບຕໍ່ພະຍາຍາມເພື່ອໃຫ້ບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 100 ຕື້ USD ໃນປີ 2023 ແລະ 150 ຕື້ USD ໃນປີ 2030 ຕາມທິດດຸ່ນດ່ຽງ; ສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ໃຫ້ເຂົ້າມາລົງທຶນໃໝ່ ແລະ ເປີດກວ້າງຮູບແບບການລົງທຶນເຂົ້າ ຫວຽດນາມ.

        ສ່ວນທ່ານລັດຖະມົນຕີ Park Jin  ຢັ້ງຢືນວ່າ ສ.ເກົາຫຼີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມບໍ່ພຽງແຕ່ໃນນະໂຍບາຍສຳລັບ ອາຊຽນ ເທົ່ານັ້ນ, ຫາກຍັງໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ສ.ເກົາຫຼີ; ສ.ເກົາຫຼີ ຍາມໃດກໍຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ ພ້ອມທັງສະເໜີໃຫ້ ສອງປະເທດຮ່ວມມືກັນຢ່າງແໜ້ນແຟ້ນໃນບັນຫາການປ່ຽນແປງຂອງດິນຟ້າອາກາດ; ໂດຍຢັ້ງຢືນວ່າ ສ.ເກົາຫຼີ ຈະສະໜັບສະໜູນ ແລະ ແບ່ງປັນວິໄສທັດລວມ ເພື່ອຮັບປະກັນຄວາມໝັ້ນຄົງ, ປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານນິຕິກຳ ແລະ ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ