ສ.ເກົາຫຼີ ຍູ​້​ແຮງ​ກະ​ແສເງິນ​ລົງ​ທຶນ​ເຂົ້າ​ນະ​ຄອ​ນ​ເກິ່ນ​ເທີ

(VOVWORLD) - ວັນທີ 20 ສິງຫາ, ຄະນະຜູ້ແທນສະຖານທູດ ສ.ເກົາຫຼີ ໂດຍທ່ານ Park Noh Wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳນະຄອນເກິ່ນເທີ.
ສ.ເກົາຫຼີ ຍູ​້​ແຮງ​ກະ​ແສເງິນ​ລົງ​ທຶນ​ເຂົ້າ​ນະ​ຄອ​ນ​ເກິ່ນ​ເທີ - ảnh 1ທ່ານເຈິ່ນກ໊ວກຈຸງ, ເລຂາພັກນະຄອນ ເກິ່ນເທີ ມອບຂອງຂວັນໃຫ້ແກ່ທ່ານ  Park Noh Wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ (ພາບ: /baocantho.com.vn)

ທ່ານເຈິ່ນກ໊ວກຈຸງ, ເລຂາພັກນະຄອນ ເກິ່ນເທີ ໄດ້ຢັ້ງຢືນວ່າ ສ.ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດ ຂອງນະຄອນ ດ້ວຍເງິນລົງທັງໝົດແມ່ນທຶນເກືອບ 268 ລ້ານ USD. ປັດຈຸບັນ, ເກິ່ນເທີມີ 2 ໂຄງການທີ່ໄດ້ຮັບການໜູນຊ່ວຍຈາກທຶນ ODA ຂອງ ສ.ເກົາຫຼີ, ລວມມີ: ໂຄງການສູນ ເຕັກໂນໂລຢີອຸດສາຫະກຳ ຫວຽດນາມ - ສ.ເກົາຫຼີ ແລະ ໂຄງການໜູນຊ່ວຍການນຳໃຊ້ເຄື່ອງຈັກເຂົ້າໃນການຜະລິດກະສິກຳ.

ທ່ານ Park Noh Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ກະແສເງິນລົງທຶນຂອງສ.ເກົາຫຼີເຂົ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມເວົ້າລວມ ແລະ ນະຄອນເກິ່ນເທີເວົ້າສະເພາະຈະນັບມື້ມີຫຼາຍຮູບແບບ ແລະ ມີຄວາມຟົດຟື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ