ສ.ເກົາຫຼີ ຕົກ​ລົງ​ເຂົ້າ​ຮ່ວມ​ສັນ​ຍາ CPTPP

(VOVWORLD) -ການຕົກລົງເຂົ້າຮ່ວມສັນຍາ CPTPP ໄດ້ຮັບການຮັບຮອງເອົາໃນກອງປະຊຸມບັນດາລັດຖະມົນຕີທີ່ກ່ຽວຂ້ອງເຖິງຂົງເຂດເສດຖະກິດໃນວັນທີ 15 ເມສາ ແລະ ລັດຖະບານ ຈະຍື່ນໃບຄຳຮ້ອງຂໍເຂົ້າຮ່ວມສັນຍາສະບັບນີ້ຢ່າງເປັນທາງການ ພາຍຫຼັງທີ່ປະຕິບັດສຳເລັດລະບຽບການຕ່າງໆຢູ່ພາຍໃນປະເທດ, ລວມທັງການລາຍງານຕໍ່ສະພາແຫ່ງຊາດ.

        ວັນທີ 15 ເມສາ, ສ.ເກົາຫຼີ ໄດ້ຕົກລົງເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ໃນສະພາບການທີ່ປະເທດນີ້ພວມຊອກຫາວິທີເຮັດໃຫ້ສາລາບານສິນຄ້າສົ່ງອອກຫຼາກຫຼາຍຮູບແບບເມື່ອພື້ນຖານເສດຖະກິດນັບມື້ນັບບໍ່ເປັນປົກກະຕິ. ເຈົ້າໜ້າທີ່ ສ.ເກົາຫຼີ ໃຫ້ຮູ້ວ່າ ການຕົກລົງເຂົ້າຮ່ວມສັນຍາ CPTPP ໄດ້ຮັບການຮັບຮອງເອົາໃນກອງປະຊຸມບັນດາລັດຖະມົນຕີທີ່ກ່ຽວຂ້ອງເຖິງຂົງເຂດເສດຖະກິດໃນວັນທີ 15 ເມສາ ແລະ ລັດຖະບານ ຈະຍື່ນໃບຄຳຮ້ອງຂໍເຂົ້າຮ່ວມສັນຍາສະບັບນີ້ຢ່າງເປັນທາງການ ພາຍຫຼັງທີ່ປະຕິບັດສຳເລັດລະບຽບການຕ່າງໆຢູ່ພາຍໃນປະເທດ, ລວມທັງການລາຍງານຕໍ່ສະພາແຫ່ງຊາດ.

        ກ່ອນໜ້ານັ້ນ, ລັດຖະບານ ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ຄາດວ່າຈະຂໍເຂົ້າຮ່ວມສັນຍາ CPTPP ກ່ອນທີ່ທ່ານປະທານາທິບໍດີ Moon Jae – in ຈະສິ້ນສຸດອາຍຸການ 5 ປີ ໃນວັນທີ 9 ພຶດສະພາ ຈະມາເຖິງນີ້. ລັດຖະບານຂອງທ່ານປະທານາທິບໍດີ ຄົນໃໝ່ Yoon Suk – yeol ຄາດວ່າຈະດຳເນີນການເຈລະຈາຮອບຕ່າງໆເພື່ອເຂົ້າເປັນສະມາຊິກຂອງ CPTPP, ເຊິ່ງຄາດວ່າຈະໃຊ້ເວລາຢ່າງໜ້ອຍສຸດແມ່ນ 1 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ