ສ.ເກົາຫຼີ ຕັດສິນໃຈພ້ອມກັບ ສປປ.ເກົາຫຼີ ຈັດຕັ້ງງານມະຫາກຳກິລາ Olympic ລະດູຮ້ອນ 2032

(VOVWORLD) - ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈຂອງປະເທດນີ້ ຈະຮ່ວມມືກັບ ສປປ.ເກົາຫຼີ ຈັດຕັ້ງງານມະຫາກຳກິລາ Olympic ລະດູຮ້ອນ 2032.
ສ.ເກົາຫຼີ ຕັດສິນໃຈພ້ອມກັບ ສປປ.ເກົາຫຼີ ຈັດຕັ້ງງານມະຫາກຳກິລາ Olympic ລະດູຮ້ອນ 2032 - ảnh 1 ສ.ເກົາຫຼີ ຕັດສິນໃຈພ້ອມກັບ ສປປ.ເກົາຫຼີ ຈັດຕັ້ງງານມະຫາກຳກິລາ Olympic ລະດູຮ້ອນ 2032 (ພາບ: YONHAP/TTXVN)

        ໃນບົດກ່າວປາໄສໄຂງານມະຫາກຳກິລາທົ່ວປະເທດຄັ້ງທີ 100 ຂອງ ສ.ເກົາຫຼີ ໃນວັນທີ 04 ຕຸລາ ຢູ່ນະຄອນຫລວງ ເຊີອູນ, ທ່ານປະທານາທິບໍດີ Moon Jae-in ເນັ້ນໜັກວ່າ ກິລາແມ່ນຂົງເຂດເຮັດໃຫ້ 2 ພາກຂອງແຫຼມ ເກົາຫຼີ ສະໜິດຕິດພັນກັນການພົວພັນໃນຂະນະທີ່ຍັງເຄັ່ງຕຶງຢູ່ ແລະ ໄດ້ສ້າງເປັນຊ່ອງເຈລະຈາ ແລະ ເປີດປະຕູການພົບປະ. ທ່ານ Moon Jae-in ກໍ່ຫວນຄືນງານມະຫາກຳກິລາ Olympic ລະດູໜາວ PyeongChang ປີ 2018 ວ່າເມື່ອ 2 ພາກເກົາຫຼີ ພ້ອມກັນເຂົ້າຮ່ວມ ແລະ ຫລັງຈາກນັ້ນ ການພົວພັນ 2 ຝ່າຍໄດ້ມີສັນຍານດີຂຶ້ນຫລາຍຢ່າງ. ທ່ານປະທານາທິບໍດີ Moon Jae-in  ຫວັງວ່າ ເລື່ອງເປັນຄັ້ງທຳອິດໃນປະຫວັດສາດທີ່ 2 ປະເທດຈະຮ່ວມກັນຈັດຕັ້ງງານມະຫາກຳກິລາ Olympic ລະດູຮ້ອນໃນປີ 2032 ນັ້ນຈະເປີດສັງກາດໃໝ່ ກ້າວໄປເຖິງຄວາມຈະເລີນຮຸ່ງເຮືອງ.

ຕອບກັບ

ຂ່າວ/ບົດ​ອື່ນ