ສ.ເກົາຫຼີ ປະ​ກາດ​ວ່າ ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ 8 ລູກ​ໃສ່​ເຂດ​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -ຕອນເຊົ້າວັນທີ 05 ມິຖຸນາ, ສປປ. ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີ 8 ລູກ ໃສ່ເຂດທະເລຕາເວັນອອກ. 
ສ.ເກົາຫຼີ ປະ​ກາດ​ວ່າ ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ 8 ລູກ​ໃສ່​ເຂດ​ທະ​ເລ​ຕາ​ເວັນ​ອອກ - ảnh 1ປະຊາຊົນຕິດຕາມຂ່າວ ສປປ.ເກົາຫຼີ ຍິງລູກສອນໄຟ ຜ່ານໂທລະພາບ (ພາບ: TTXVN)

ສະພາເສນາທິການສຳພັນທະມິດ ສ.ເກົາຫຼີ (JCS) ໃຫ້ຮູ້ວ່າ ຕອນເຊົ້າວັນທີ 05 ມິຖຸນາ, ສປປ. ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີ 8 ລູກ ໃສ່ເຂດທະເລຕາເວັນອອກ. ບັນດາເຫດການຍິງລູກສອນໄຟຂອງ ສປປ.ເກົາຫຼີ ດຳເນີນແຕ່ເວລາ 19 ໂມງ 8 ນາທີ ຫາ 9 ໂມງ 45 ນາທີຕາມເວລາທ້ອງຖິ່ນ ຈາກສະຖານທີ່ຕ່າງໆຢູ່ອ້ອມຮອບເຂດ ຊູນານ ຢູ່ ພຽງຢາງ.  ນີ້ແມ່ນການຍິງວັດຖຸຄັ້ງທີ 18 ຂອງພຽງຢາງ ນັບແຕ່ຕົ້ນປີມານີ້.

ຕາມ JCS ແລ້ວ, ກອງທັບ ສ. ເກົາຫຼີ “ພວມເພີ່ມທະວີການຕິດຕາມກວດກາບັນດາການເຄື່ອນໄຫວຂອງຝ່າຍ ສປປ. ເກົາຫຼີ ພ້ອມທັງຮ່ວມມືກັນຢ່າງແໜ້ນແຟ້ນກັບ ອາເມລິກາ ເພື່ອຮັກສາທ່າກຽມພ້ອມ”. ເຫດຍິງລູກສອນໄຟດັ່ງກ່າວຖືກດຳເນີນ ພາຍຫຼັງ ສ.ເກົາຫຼີ ແລະ ອາເມລິກາ ສິ້ນສຸດການຊ້ອມຮົບຮ່ວມຢູ່ໃກ້ກັບແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ