ສ.ເກົາຫຼີ, ມາເລເຊຍ ເຫັນດີຈະສິ້ນສຸດການເຈລະຈາ FTA ໃນປີ 2019

(VOVWORLD) - ສ.ເກົາຫຼີ ແລະ ມາເລເຊຍ ໄດ້ເຫັນດີເປັນເອກະພາບກັນວ່າ ຈະເລີ່ມຕົ້ນບັນດາການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າເສລີ (FTA) ແລະ ມານະພະຍາຍາມປະຕິບັດການເຈລະຈາໃຫ້ສຳເລັດ.
ສ.ເກົາຫຼີ, ມາເລເຊຍ ເຫັນດີຈະສິ້ນສຸດການເຈລະຈາ FTA ໃນປີ 2019 - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in (ພາບ: AFP/TTXVN) 

 ຄຳໝັ້ນສັນຍາດັ່ງກ່າວຖືກຍົກອອກມາທີ່ການພົບປະລະຫວ່າງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ເຊິ່ງພວມມີການຢ້ຽມຢາມ Kuala Lumpur ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad, ໃນວັນທີ 13 ມີນາ.

      ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ຊີ້ແຈ້ງວ່າ ການນຳທັງສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ການຊຸກຍູ້ FTA ລະຫວ່າງ ສ.ເກົາຫຼີ - ມາເລເຊຍ ເພື່ອແນໃສ່ສ້າງກອບລະບອບລະບຽບການ, ຊ່ວຍເພີ່ມທະວີການລົງທຶນ ແລະ ການຄ້າລະຫວ່າງສອງປະເທດ, ສອງຝ່າຍກໍ່ເຫັນດີຍູ້ໄວຄວາມຄືບໜ້າຂອງການເຈລະຈາ ແລະ ຄາດວ່າການເຈລະຈາຈະສິ້ນສຸດໃນໂອກາດກອງປະຊຸມສຸດຍອດພິເສດລະຫວ່າງ ສ.ເກົາຫຼີ ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນທ້າຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ