ສ.ເກົາຫຼີ ຢັ້ງ​ຢືນ​ບໍ່​ມີ​ນະ​ໂຍ​ບາຍ​ເປັນປໍ​ລະ​ປັກ ກັບ ສ​ປ​ປ.ເກົາຫຼີ

(VOVWORLD) -ມີເຈົ້າໜ້າທີ່ກະຊວງທ້ອນໂຮມຊາດ ສ. ເກົາຫຼີຜູ້ໜຶ່ງ ໃຫ້ຮູ້ວ່າ ພຽງຢາງ ຍັງບໍ່ທັນມີຄຳຕອບຕໍ່ການ  ໂທລະສັບການທະຫານ ຂອງເຊອູນ ແລະ ການຕິດຕໍພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພາຍຫຼັງການນຳສປປ.ເກົາຫຼີ Kim Jong-un ສະເໜີໃຫ້ຟື້ນຟູສາຍຕິດຕໍ່ພົວພັນໃນຕົ້ນເດືອນຕຸລາ.
ສ.ເກົາຫຼີ ຢັ້ງ​ຢືນ​ບໍ່​ມີ​ນະ​ໂຍ​ບາຍ​ເປັນປໍ​ລະ​ປັກ ກັບ ສ​ປ​ປ.ເກົາຫຼີ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Chung Eui-yong (ພາບ: YONHAP/TTXVN)

ວັນທີ 1 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Chung Eui-yong ໄດ້ປະຕິເສດຄຳຮຽກຮ້ອງຂອງ ສປປ.ເກົາຫຼີ ກ່ຽວກັບເລື່ອງ ສ.ເກົາຫຼີ ແລະ ອາເມລິກາ ຕ້ອງປະຖິ້ມ “ນະໂຍບາຍເປັນປໍລະປັກ”, ຖືນີ້ ແມ່ນການກະທຳ ພຽງລຳພັງຝ່າຍດຽວ, ພ້ອມທັງຢ້ຳຄືນວ່າ ເຊີອູນ ແລະ ວໍຊິງຕັນ ບໍ່ມີນະໂຍບາຍຄືແນວນັ້ນ ກັບ ພຽງຢາງ. ທ່ານລັດຖະມົນຕີການຕ່າງປະເທດ Chung Eui-yong ໄດ້ຢັ້ງຢືນວ່າ ສ.ເກົາຫຼີ ແລະ ອາເມລິກາ ບໍ່ມີບໍ່ວ່ານະໂຍບາຍເປັນປໍລະປັກໃດຕໍ່ ສປປ.ເກົາຫຼີ.

ແລະກໍ່ໃນວັນດຽວກັນ, ມີເຈົ້າໜ້າທີ່ກະຊວງທ້ອນໂຮມຊາດ ສ. ເກົາຫຼີຜູ້ໜຶ່ງ ໃຫ້ຮູ້ວ່າ ພຽງຢາງ ຍັງບໍ່ທັນມີຄຳຕອບຕໍ່ການ  ໂທລະສັບການທະຫານ ຂອງເຊອູນ ແລະ ການຕິດຕໍພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພາຍຫຼັງການນຳສປປ.ເກົາຫຼີ Kim Jong-un ສະເໜີໃຫ້ຟື້ນຟູສາຍຕິດຕໍ່ພົວພັນໃນຕົ້ນເດືອນຕຸລາ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 1 ຕຸລາ, ບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ຂັ້ນສູງຂອງ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ປຶກສາຫາລື ເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ. ໃນການເຈລະຈາທາງໂທລະສັບລະຫວ່າງ 3 ຝ່າຍ, ທ່ານ Kim Man-ki ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ທ່ານ Ely Ratner ຮັບຜິດຊອບ ບັນຫາຄວາມໝັ້ນຄົງ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ທ່ານ Kazuo Masuda ເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດ ຍີ່ປຸ່ນ, ເຫັນດີເປັນເອກະພາບຮ່ວມມືກັນຢ່າງແໜ້ນແຟ້ນກ່ຽວກັບວິທີການສະແດງປະຕິກິລິຍາຕໍ່ບັນຫານີ້ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ