ສ.ເກົາຫຼີ ຢັ້ງ​ຢືນ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຫັນ​ແຫຼມ​ເກົາຫຼີ​ໃຫ້​ປອດ​ນິວ​ເຄຼຍ

(VOVWORLD) -ວັນທີ 28 ເມສາ, ລັດຖະບານ ສ.ເກົາຫຼີ ໄດ້ຢັ້ງຢືນວ່າ ຈະສືບຕໍ່ມານະພະຍາຍາມເພື່ອແນໃສ່ບັນລຸໄດ້ເປົ້າໝາຍປອດນິວເຄຼຍ ແລະ ນຳມາເຊິ່ງສັນຕິພາບໃຫ້ແກ່ແຫຼມເກົາຫຼີ, ພ້ອມທັງ ຮຽກຮ້ອງໃຫ້ພຽງຢາງ ກັບຄືນສູ່ໂຕະເຈລະຈາ.

 

ສ.ເກົາຫຼີ ຢັ້ງ​ຢືນ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຫັນ​ແຫຼມ​ເກົາຫຼີ​ໃຫ້​ປອດ​ນິວ​ເຄຼຍ - ảnh 1ພາບປະກອບ: TTXVN

ເຈົ້າໜ້າທີກະຊວງເອກະພາບສ.ເກົາຫຼີທ່ານໜຶ່ງ ເນັ້ນໜັກວ່າ ລັດຖະບານ ສ.ເກົາຫຼີ ແລະ ປະຊາຄົມສາກົນ ຮັກສາຫຼັກໝັ້ນທີ່ວ່າ ສປປ.ເກົາຫຼີຄວນຢຸດຕິການຍົກສູງກຳລັງຄວາມສາມາດດ້ານນິວເຄຼຍ ພ້ອມກັບການກະທຳເຮັດໃຫ້ຄວາມເຄັ່ງຕຶງປີ່ນຂັ້ນໄດ ແລະ ກັບຄືນສູ່ໂຕະເຈລະຈາ. ເຈົ້າໜ້າທີ່ທ່ານນີ້ ກໍ່ຢັ້ງຢືນວ່າ ເຊີອູນ ຈະສືບຕໍ່ມານະພະຍາຍາມແນໃສ່ບັນລຸໄດ້ເປົ້າໝາຍປອດນິວເຄຼຍ ແລະ ນຳມາເຊິ່ງສັນຕິພາບໃຫ້ແກ່ແຫຼມເກົາຫຼີ, ໂດຍມີການສົມທົບຢ່າງແໜ້ນແຟ້ນຂອງ ອາເມລິກາ.

ກ່ອນໜ້ານັ້ນ, ສປປ.ເກົາຫຼີ ໄດ້ແນະນຳລູກສອນໄຟນຳວິຖີຂ້າມທະວີບ (ICBM) ຂະໜາດໃຫຍ່ ແລະ ອາວຸດຍຸດທະສາດຊະນິດຕ່າງໆໃນການສວນສະໜາມທີ່ໄດຈັດຂຶ້ນໃນວັນທີ 25 ເມສາຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ