ສ.ເກົາຫຼີ ຢືນຢັນໃຫ້ບູລິມະສິດ ແກ່ບັນຫາຄອບຄົວພັດພາດຈາກກັນ

(VOVWORLD) -ທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ແຫ່ງ ສ.ເກົາຫຼີ  Cho Myung – Kyun ໄດ້ຕາງໜ້າລັດຖະບານ ກ່າວຄໍາຂໍໂທດຍ້ອນບັນດາວຽກງານທີ່ກ່ຽວຂ້ອງເຖິງການແກ້ໄຂ ບັນຫາຄອບຄົວພັດພາດຈາກກັນ 

  ທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ແຫ່ງ ສ.ເກົາຫຼີ  Cho Myung – Kyun ໄດ້ຢືນຢັນໃນວັນທີ 5 ກຸມພາ ນີ້ວ່າ: ເຊີອູນ ພວມພະຍາຍາມຈົນສຸດຂີດ ເພື່ອແນໃສ່ແກ້ໄຂ ບັນຫາຄອບຄົວພັດພາດຈາກກັນ ຍ້ອນສົງຄາມ ເກົາຫຼີ ກໍ່ຂຶ້ນ. ກ່າວຄໍາເຫັນທີ່ພິທີປະກາດຢູ່ແຂວງ Gyeonggi, ທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ແຫ່ງ ສ.ເກົາຫຼີ  Cho Myung – Kyun ໄດ້ຕາງໜ້າລັດຖະບານ ກ່າວຄໍາຂໍໂທດຍ້ອນບັນດາວຽກງານທີ່ກ່ຽວຂ້ອງເຖິງການແກ້ໄຂ ບັນຫາຄອບຄົວພັດພາດຈາກກັນ ທີ່ພວມດໍາເນີນຢ່າງຊັກຊ້າພໍສົມຄວນ ບໍ່ໄດ້ດັ່ງຄວາມຫວັງ ຂອງປະຊາຊົນ. ຕາມທ່ານແລ້ວ, ລັດຖະບານ ສ.ເກົາຫຼີ ຈະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອມຸ່ງໄປສູ່ການຫຼຸດຜ່ອນຄວາມເຈັບປວດ ຍ້ອນການພັດພາດໃນຄອບຄົວ. ທ່ານເນັ້ນໜັກວ່າ ເຊີອູນ ຍາມໃດກໍຖືວ່າ ນີ້ແມ່ນໜຶ່ງໃນບັນດາໂຄງການດໍາເນີນງານທີ່ສໍາຄັນແຖວໜ້າໃນບັນດາກອງປະຊຸມກັບ ພຽງຢາງ.


 

ຕອບກັບ

ຂ່າວ/ບົດ​ອື່ນ