ສ.ເກົາຫຼີ ສົ່ງເສີມການແລກປ່ຽນວັດທະນະທຳ ແລະ ປະຊາຊົນ ອາຊຽນ

(VOVWORLD) - ອາຊຽນ ແມ່ນຄູ່ຮ່ວມມືສຳຄັນຂອງ ສ.ເກົາຫຼີ ຍ້ອນຄວາມສາມາດບົ່ມຊ້ອມໃນການເຕີບໂຕ, ແຫຼ່ງກຳລັງແຮງທີ່ອຸດົມສົມບູນ ແລະ ຜົນສະທ້ອນດ້ານການຕ່າງປະເທດຂອງ ອາຊຽນ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.
ສ.ເກົາຫຼີ ສົ່ງເສີມການແລກປ່ຽນວັດທະນະທຳ ແລະ ປະຊາຊົນ ອາຊຽນ - ảnh 1ທ່ານ Moon Jae-In ປະທານາທິບໍດີ ສ.ເກົາຫຼີ (ພາບ: Yonhap/TTXVN) 

ວັນທີ 10 ມີນາ, ທ່ານ Moon Jae-In ປະທານາທິບໍດີ ສ.ເກົາຫຼີ ໄດ້ປະກາດວ່າ ຈະສົ່ງເສີມການແລກປ່ຽນວັດທະນະທຳແລະການຕ່າງປະເທດຂັ້ນປະຊາຊົນກັບ 10 ປະເທດສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ASEAN) ແລະ ເປີດກ້ວາງການຮ່ວມມືຢ່າງແທດຈິງກັບ ອາຊຽນ.

        ທ່ານ Moon Jae-In ໄດ້ອອກຖະແຫຼງການດັ່ງກ່າວໃນສື່ສັງຄົມອອນລາຍ Twitter ເມື່ອກ່ອນການເດີນທາງໄປຍັງ ບຣູໄນ, ເຊິ່ງແມ່ນຂັ້ນຕອນທຳອິດໃນການເດີນທາງປະຕິບັດວຽກງານຢູ່ 3 ປະເທດ ອາຊຽນລວມມີ: ບຣູໄນ, ມາເລເຊຍ, ກຳປູເຈຍ. ທ່ານ Moon Jae-Inໄດ້ສະແດງຄວາມປາດຖະໜາວ່າ ຈະຮ່ວມມືກັບ ອາຊຽນ ໃນບັນດາຂົງເຂດຄື: ພະລັງງານ, ພື້ນຖານໂຄງລ່າງ, ເຕັກໂນໂລຢີ, ອຸດສາຫະກຳດ້ານອາວຸດ ແລະ ຂົງເຂດອື່ນໆໃຫ້ຫຼາຍກ່ວາອີກ. ປັດຈຸບັນ, ອາຊຽນ ແມ່ນຄູ່ຮ່ວມມືສຳຄັນຂອງ ສ.ເກົາຫຼີ ຍ້ອນຄວາມສາມາດບົ່ມຊ້ອມໃນການເຕີບໂຕ, ແຫຼ່ງກຳລັງແຮງທີ່ອຸດົມສົມບູນ ແລະ ຜົນສະທ້ອນດ້ານການຕ່າງປະເທດຂອງ ອາຊຽນ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ