ສ.ເກົາຫຼີ: ສືບຕໍ່ມີບັນດາກໍລະນີເສຍຊີວິດແລະຕິດເຊື້ອພະຍາດMERSໃໝ່

ສ.ເກົາຫຼີ: ສືບຕໍ່ມີບັນດາກໍລະນີເສຍຊີວິດແລະຕິດເຊື້ອພະຍາດMERSໃໝ່ - ảnh 1
(ພາບປະກອບ: TTXVN)

​(vovworld) - ວັນ​ທີ 25/06, ສ.​ເກົາຫຼີ ຮັບ​ຮູ​້ມີ 2 ກໍລະນີຕື່ມ​ອີກຖືກ​​ເສຍ​ຊີວິດຍ້ອນຕິດເຊື້ອ​ພະຍາດ MERS ​ແລະ ມີກໍລະນີ​ຕິດ​ເຊື້ອ​ພະຍາດ​ MERS ໃໝ່ອີກ 1 ຄົນ, ​ເຮັດ​ໃຫ້​ຜູ້​ຖືກເສຍຊີວິດຍ້ອນຕິດ​ເຊື້ອ​ພະຍາດ MERS ຢູ່​ປະ​ເທດ​ນີ້​​ເພີ່ມຂຶ້ນ 29 ຄົນ ​ແລະ 180 ຄົນ​ຖືກ​ຕິດ​ເຊື້ອ​ພະຍາດ ນັບ​​ແຕ່​​​ເມື່ອ​ໂລກລະບາດ​ດັ່ງກ່າວ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ນີ້​ໃນ​ວັນ​ທີ 20/05. ກະຊວງ​ສາ​ທະ​ລະນະ​ສຸກສ.​ເກົາຫຼີ ​ໃຫ້​ຮູ​້ວ່າ, ກໍລະ​ນີ​ໃໝ່ທີ່ຕິ​ດ​ເຊື້ອ​ພະຍາດ​ ຢູ່ີຫ​້ອງ​ດຽວ​ກັບ​ຜູ້​1 ທີ່ຕິດ​ເຊື້ອພະຍາດ MERS ຢູ່​ນະຄອນ Busan, ພາກ​ໃຕ້​ສ.​ເກົາຫຼີ, ກ່ອນ​ທີ່​ຄົນ​ເຈັບ​ດັ່ງກ່າວ​ຖືກ​ຕິດ​ເຊື້ອ​ພະຍາດ MERS. ກະຊວງ​ສາທາລະນະ​ສຸກສ.​ເກົາຫຼີ ​ໃຫ້​ຮູ້​ວ່າ, ​ໃນ 180 ກໍລະນີ​ຕິດ​ເຊື້ອ​ພະຍາດ MERS, ມີ 77 ກໍລະນີ​ພວມ​ໄດ້​ຮັບ​ການ​ປິ່ນປົວຢູ່​ໂຮ​ງໝໍ ​ແລະ 62 ກໍລະນີ​ໃນ​ຈຳນວນ 77 ກໍລະ​ນີພວມ​ມີ​ສຸຂະ​ພາບ​ເປັນ​ປົກກະຕິ. ​ໄລ່ມາ​ຮອດ​ປະຈຸ​ບັນ, ມີ 74 ກໍລະນີ​ຕິດ​ເຊື້ອ​ພະຍາດ MERS ​​ອອກ​ໂຮງ​ໝໍ​ແລ້ວ, ພາຍຫຼັງ​ໄດ້​ຮັບ​ການ​ປິ່ນປົວ​ຫາຍ​ດີ​ແລ້ວ.

ຂ່າວ/ບົດ​ອື່ນ