ສ.ເກົາຫຼີ​ ສົມ​ທົບ ບຳ​ລຸງ​ສ້າງ​ຍົກ​ສູງກຳ​ລັງ​ຄວາມ​ສາ​ມາດ​​ຊັບ​ສິນ​ທາງ​ປັນ​ຍາໃຫ້​ແກ່​ບັນ​ດາ​ປະ​ເທດ​ອາ​ຊຽນ

(VOVWORLD) -ຊຸດບຳລຸງສ້າງຄັ້ງນີ້ ມີການເຂົ້າຮ່ວມຂອງລັດຖະກອນ 20 ຄົນ ທີ່ຮັບຜິດຊອບກ່ຽວກັບສິດຊັບສິນທາງປັນຍາ ຢູ່ 7 ປະເທດ ອາຊຽນ ທີ່ມີການພົວພັນຮ່ວມມືກັບ ສ.ເກົາຫຼີຢ່າງແໜ້ນແຟ້ນຄື: ຫວຽດນາມ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ແລະ ລາວ.
ສ.ເກົາຫຼີ​ ສົມ​ທົບ ບຳ​ລຸງ​ສ້າງ​ຍົກ​ສູງກຳ​ລັງ​ຄວາມ​ສາ​ມາດ​​ຊັບ​ສິນ​ທາງ​ປັນ​ຍາໃຫ້​ແກ່​ບັນ​ດາ​ປະ​ເທດ​ອາ​ຊຽນ - ảnh 1ພາບປະກອບ: TTXVN

ໃນລະຫວ່າງວັນທີ 29 ສິງຫາ ຫາວັນທີ 8 ກັນຍາ, ຫ້ອງການຊັບສິນທາງປັນຍາ ສ.ເກົາຫຼີ ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດຊຸດບຳລຸງສ້າງເພີ່ມທະວີຄວາມຮັບຮູ້ ແລະ ຍົກສູງກຳລັງຄວາມສາມາດທາງດ້ານຊັບສິນທາງປັນຍາ ໃຫ້ແກ່ບັນດາປະເທດ ອາຊຽນ. ຊຸດບຳລຸງສ້າງໄດ້ດຳເນີນຕາມຮູບແບບທາງໄກ ແລະ ນອນໃນໂຄງການບຳລຸງສ້າງທົ່ວໂລກ ຂອງ KOICA ທີ່ໄດ້ປະຕິບັດໃນໄລຍະເວລາ 3 ປີນັບແຕ່ປີ 2020.

ຊຸດບຳລຸງສ້າງຄັ້ງນີ້ ມີການເຂົ້າຮ່ວມຂອງລັດຖະກອນ 20 ຄົນ ທີ່ຮັບຜິດຊອບກ່ຽວກັບສິດຊັບສິນທາງປັນຍາ ຢູ່ 7 ປະເທດ ອາຊຽນ ທີ່ມີການພົວພັນຮ່ວມມືກັບ ສ.ເກົາຫຼີຢ່າງແໜ້ນແຟ້ນຄື: ຫວຽດນາມ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ແລະ ລາວ. ສ.ເກົາຫຼີ ມີຄວາມຫວັງຢາກເພີ່ມທະວີຄວາມຮັບຮູ້ ແລະ ກຳລັງຄວາມສາມາດໃນຂົງເຂດນີ້ຢູ່ບັນດາປະເທດ ອາຊຽນ ແລະ ສ້າງສະພາບແວດລ້ອມແຫ່ງຄວາມເປັນມິດ ໃຫ້ແກ່ບັນດາບໍລິສັດສົ່ງອອກສ.ເກົາຫຼີ ແລະ ບັນດາບໍລິສັດທ້ອງຖິ່ນພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ