ສ.ເກົາຫຼີ ສະຫງວນເງິນ 830 ລ້ານ USD ເພື່ອຮັບມືຕໍ່ບັນດາມາດຕະການຮັດກຸມການສົ່ງອອກຂອງ ຍີ່ປຸ່ນ

(VOVWORLD) - ສ.ເກົາຫຼີ ຈະສະຫງວນເງິນປະມານ 830 ລ້ານ USD ໃນແຜນງົບປະມານປີໜ້າ ເພື່ອແກ້ໄຂເລື່ອງ ຍີ່ປຸ່ນ ຮັດກຸມບັນດາມາດຕະການຄວບຄຸມສິນຄ້າສົ່ງອອກໄປຍັງປະເທດນີ້.

ສ.ເກົາຫຼີ ສະຫງວນເງິນ 830 ລ້ານ USD ເພື່ອຮັບມືຕໍ່ບັນດາມາດຕະການຮັດກຸມການສົ່ງອອກຂອງ ຍີ່ປຸ່ນ - ảnh 1 ສ.ເກົາຫຼີ ສະຫງວນເງິນ 830 ລ້ານ USD ເພື່ອຮັບມືຕໍ່ບັນດາມາດຕະການຮັດກຸມການສົ່ງອອກຂອງ ຍີ່ປຸ່ນ (ພາບ: Yonhap/TTXVN)

ນີ້ແມ່ນຄຳເຫັນທີ່ບັນດາເຈົ້າໜ້າທີ່ລັດຖະບານ ແລະ ພັກກຳອຳນາດ ສ.ເກົາຫຼີ ໄດ້ເຫັນດີເປັນເອກະພາບໃນກອງປະຊຸມຫາກໍ່ດຳເນີນໄປ. ບ້ວງງົບປະມານນີ້ ຈະໄດ້ຮັບການນຳໃຊ້ ດ້ວຍຄວາມມານະພະຍາຍາມເຮັດໃຫ້ເສດຖະກິດ ສ.ເກົາຫຼີ ຫລຸດຜ່ອນການເອື່ອຍອິໃສ່ ຍີ່ປຸ່ນ ລົງ, ກໍ່ຄືຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງບັນດາບໍລິສັດ ສ.ເກົາຫຼີ. ນອກນັ້ນ, ລັດຖະບານ ສ.ເກົາຫຼີ ກໍ່ຈະສະໜອງບັນດາມາດຕະການໜູນຊ່ວຍພິເສດໃຫ້ແກ່ບໍລິສັດ 100 ແຫ່ງຂອງປະເທດນີ້.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-yon ຕີລາຄາວ່າ ຍີ່ປຸ່ນ ໄດ້ປະຕິເສດຕໍ່ບັນດາການເຈລະຈາທາງການທູດ ແລະ ພວມປະຕິບັດການບຸກໂຈມຕີດ້ານເສດຖະກິດແນໃສ່ ສ.ເກົາຫຼີ. ທ່ານ Lee Nak-yon ກໍ່ຮຽກຮ້ອງລັດຖະບານ ຍີ່ປຸ່ນ ຍົກເລີກບັນດາຂໍ້ຕົກລົງ ເຊິ່ງທ່ານ Lee Nak-yon ຖືວ່າເປັນອັນຕະລາຍ ແລະ ໂສຕາຍ.

ຕອບກັບ

ຂ່າວ/ບົດ​ອື່ນ