ສ.ເກົາຫຼີ ສະ​ເໜີ ​ໃຫ້ ຫວຽດ​ນາມ ໜູນຊ່ວຍ​ວິ​ວັດ​ການ​ເຂົ້າ​ຮ່ວມສັນ​ຍາ CPTPP

(VOVWORLD) -ຫວຽດນາມ ຕັ້ງໜ້າໜູນຊ່ວຍ ສ.ເກົາຫຼີ ໃນວິວັດການເຂົ້າຮ່ວມສັນຍາ CPTPP. ທ່ານ Yeo Han – Koo ກໍຕີລາຄາວ່າການພົວພັນດ້ານເສດຖະກິດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ພວມນັບມື້ນັບມີຄວາມຜູກພັນກັນຢ່າງສະໜິດແໜ້ນ, ການຄ້າລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ບັນລຸລະດັບສູງສຸດໃນປີ 2021.
ສ.ເກົາຫຼີ ສະ​ເໜີ ​ໃຫ້ ຫວຽດ​ນາມ ໜູນຊ່ວຍ​ວິ​ວັດ​ການ​ເຂົ້າ​ຮ່ວມສັນ​ຍາ CPTPP - ảnh 1ທ່ານ Yeo Han – Koo ຫົວໜ້າຄະນະນັກເຈລະຈາດ້ານການຄ້າຂອງກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ (ພາບ: TTXVN)

ວັນທີ 23 ມີນາ, ທ່ານ Yeo Han – Koo ຫົວໜ້າຄະນະນັກເຈລະຈາດ້ານການຄ້າຂອງກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ ແລະ ທ່ານ ເຈິ່ນກວັກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ໂອ້ລົມສົນທະນາແບບທາງໄກ ປຶກສາຫາລືກ່ຽວກັບບັນຫາການຄ້າໃຫຍ່ລະຫວ່າງສອງປະເທດ, ໃນນັ້ນ ມີເລື່ອງ ສ.ເກົາຫຼີ ເຂົ້າຮ່ວມ ສັນຍາ ຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

        ທ່ານ Yeo Han – Koo ສະເໜີໃຫ້ ຫວຽດນາມ ຕັ້ງໜ້າໜູນຊ່ວຍ ສ.ເກົາຫຼີ ໃນວິວັດການເຂົ້າຮ່ວມສັນຍາ CPTPP. ທ່ານ Yeo Han – Koo ກໍຕີລາຄາວ່າການພົວພັນດ້ານເສດຖະກິດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ພວມນັບມື້ນັບມີຄວາມຜູກພັນກັນຢ່າງສະໜິດແໜ້ນ, ການຄ້າລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ບັນລຸລະດັບສູງສຸດໃນປີ 2021.

        ສອງຝ່າຍກໍປຶກສາຫາລືກ່ຽວກັບຂອບເຂດເສດຖະກິດ ອິນເດຍ - ປາຊີຟິກ (IPEE) ເຊິ່ງ ອາເມລິກາ ພວມຊຸກຍູ້ໃຫ້ເປັນຮູບເປັນຮ່າງ ແນໃສ່ເພີ່ມທະວີການຮ່ວມມືເສດຖະກິດຢ່າງຮອບດ້ານໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ສອງຝ່າຍ ແບ່ງປັນທັດສະນະວ່າ ການພົວພັນໃນ IPEE ຕ້ອງອີງໃສ່ມາດຕະຖານເປີດອົກເປີດໃຈ, ໂປ່ງໃສ, ກວມລວມ ແລະ ຮ່ວມມື ເພື່ອໃຫ້ຫຼາຍປະເທດຍອມຮັບ.      


ຕອບກັບ

ຂ່າວ/ບົດ​ອື່ນ