ສເກົາຫຼີ ສະເໜີດຳເນີນການເຈລະຈາກັບ ສປປເກົາຫຼີ ກ່ຽວກັບເຂດອຸດສາຫະກຳ Kaesong

ສເກົາຫຼີ ສະເໜີດຳເນີນການເຈລະຈາກັບ ສປປເກົາຫຼີ ກ່ຽວກັບເຂດອຸດສາຫະກຳ Kaesong - ảnh 1
ເຂດ​ອຸດສາຫະກຳລວມ Kaesong

(ພາບ: Reuters)

(vovworld)- ​​ວັນທີ 25/4, ສ​ເກົາຫຼີ ສະ​ເໜີ​​ໃຫ້ດຳ​ເນີນ​ການ​ເຈລະຈາ​ກັບ ສປປ​ເກົາຫຼີ ກ່ຽວ​ກັບອະນາຄົດ​ຂອງ​ເຂດ​ອຸດສາຫະກຳລວມ Kaesong ລະຫວ່າງ​ສອງ​ປະ​ເທດຊື່​ງ​ໄດ້​ປິດປະຕູ​ແຕ່​ຕົ້ນ​ເດືອນ​ນີ້ ພາຍຫຼັງ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາຫຼີ ​ໄດ້​ເພີ່ມ​ຂຶ້ນ. ຕາມ​ແຈ້ງ​ການ​ຂອງ​ກະຊວງ​ທ້ອນ​ໂຮມ​ຊາດ ສ​ເກົາຫຼີ, ປະ​ເທດ​ນີ້ຢາກ​ຈັດການ​ພົບ​ປະຄັ້ງໜຶ່ງ​ເພື່ອປຶກສາ​ຫາລື​ວິທີ​ການ​ສ້າງ​ໜ່ວຍ​ປະສົມ​ອຸດສາຫະກຳ ​Kaesong ເປັນ​ປົກກະຕິ ​ແລະ ສະໜອງ​ການ​ອຸປະຖຳ​ມະນຸດສະທຳ​ໃຫ້​ແກ່​ກຳມະກອນ ສ​ເກົາຫຼີ ທີ່ ພວມ​ເຮັດ​ວຽກ​ຢູ່​ນີ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສ​ເກົາຫຼີ ກໍ່​ໄດ້​ກ່າວ​ເຕື່ອນວ່າ ສປປ​ເກົາຫຼີ ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ “ບັນດາ​ມາດ​ຕະການ​ທີ່​ຮ້າຍ​ແຮງ“ ຖ້າ​ບໍ່​ຕົກລົງ​ດຳ​ເນີນ​ການ​ເຈລະຈາ​ດ່ວນ​ກ່ຽວ​ກັບ​ການ​ເປີດ​ປະຕູ​ເຂດອຸດສາຫະກຳ ​Kaesong ຄືນ​ໃໝ່.

ຂ່າວ/ບົດ​ອື່ນ