ສ.ເກົາຫຼີ ຫວັງຢາກເພີີ່ມທະວີການຮ່ວມມືກັບຫວຽດນາມໃນທຸກໆຂົງເຂດ

(VOVWORLD) -ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວນຟຸກໃຫ້ການຕ້ອນຮັບການເຂົ້າຢ້ຽມຄຳນັບທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ຈຸງ ອຸຍ ຢົງ 
ສ.ເກົາຫຼີ ຫວັງຢາກເພີີ່ມທະວີການຮ່ວມມືກັບຫວຽດນາມໃນທຸກໆຂົງເຂດ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກໃຫ້ການຕ້ອນຮັບການເຂົ້າຢ້ຽມຄຳນັບທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ຈຸງ ອຸຍ ຢົງ

    ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ຖືວ່າ  2 ຝ່າຍຄວນຂຸດຄົ້ນທ່າແຮງໃນການຮ່ວມມືໃນຂົງເຂດຕ່າງໆຄື ການລົງທຶນ, ການຄ້າ, ວິທະຍາສາດ ເຕັກໂນໂລຢີ, ວັດທະນະທຳການສຶກສາ, ສະເໜີ ສ.ເກົາຫຼີຊ່ວຍໜູນວົງຄະນະຍາດຊາວຫວຽດນາມອາໄສຢູ່ ສ.ເກົາຫຼີ. ທ່ານປະທານປະເທດ ຫງວຽນຊວນຟຸກ ຫວັງວ່າ ສເກົາຫຼີ ຢາກແບ່ງປັນບົດຮຽນກ່ຽວກັບການຄົ້ນຄ້ວາວິທີການປິ່ນປົວ, ຜະລິດວັກຊິນ, ແບ່ງປັນແຫຼ່ງກຳລັງສາທາລະນະສຸກໃນການສູ້ຮົບຕ້ານໂລກລະບາດໂຄວິດ-19 .

   ກ່ຽວກັບການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງ ເລື່ອງ ສເກົາຫຼີ ໄດ້ສົມທົບ , ຊ່ວຍໜູນຫວຽດນາມ ເຮັດສຳເລັດບົດບາດເປັນປະທານໝູນວຽນ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ ອາຍຸການ 2020-2021 ແລະ ຖືວ່າ 2 ຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນໃນໄລຍະຫວຽດນາມແບກຫາບບົດບາດເປັນຜູ້ປະສານງານການພົວພັນ ອາຊຽນ-ສເກົາຫຼີ ອາຍຸການ 2021-2024.

   ສ່ວນ ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ຈຸງ ອຸຍ ຢົງ ຫວັງວ່າ ຢາກສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມເພື່ອຊຸກຍູ້ການພົວພັນລະຫວ່າງ ສ.ເກົາຫຼີກັບບັນດາປະເທດອາຊຽນ ໃນນັ້ນມີບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ. ທ່ານ ຢືນຢັນວ່າ ກະຊວງການຕ່າງປະເທດ ສ.ເກົາຫຼີ ພ້ອມແລ້ວຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມໃນບັນດາເວທີປາໄສຫຼາຍຝ່າຍ ແລະ ກ່ຽວກັບບັນດາບັນຫາທີ່ 2 ຝ່າຍມີຄວາມສົນໃຈ ແລະ ຫວັງວ່າ ຫວຽດນາມສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການສົນທະນາ, ຮ່ວມມືໃນແຫຼມເກົາຫຼີ.
ສ.ເກົາຫຼີ ຫວັງຢາກເພີີ່ມທະວີການຮ່ວມມືກັບຫວຽດນາມໃນທຸກໆຂົງເຂດ - ảnh 2ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ  ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ຈຸງ ອຸຍ ຢົງ

   ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ຈຸງ ອຸຍ ຢົງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງເນັ້ນໜັກວ່າ 2 ຝ່າຍຄວນສືບຕໍ່ປັບປຸງ ແລະ ເພີ່ມທະວີຄວາມເຊື່ອໝັ້ນການເມືອງ; ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2022; ສົ່ງເສີມ ແລະ ຮັບປະກັນເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສເກົາຫຼີ ສືບຕໍ່ລົງທຶນ ແລະ ເປີດກ້ວາງການລົງທຶນຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງສະເໜີ ສ.ເກົາຫຼີ ໃຫ້ບຸລິມະສິດແບ່ງປັນ, ຊ່ວຍໜູນສະໜອງວັກຊິນກັນໂຄວິດ-19 ໃຫ້ແກ່ຫວຽດນາມໃນໄວໆນີ້, ພ້ອມທັງພິຈາລະນາຊ່ວຍໜູນຫວຽດນາມໃນວຽກງານຄົ້ນຄ້ວາ ແລະ ຜະລິດວັກຊິນ.

 

ຕອບກັບ

ຂ່າວ/ບົດ​ອື່ນ