ສ.ເກົາຫຼີ - ອາ​ເມ​ລິ​ກາ ຄັດ​ຄ້ານ​ທຸ​ກ​ການ​ກະ​ທຳ​ສ້າງ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ ​ສາ​ກົນ

(VOVWORLD) -ວັນທີ 18 ມີນາ, ສ.ເກົາຫຼີ - ອາເມລິກາ ໄດ້ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນປະເທດສອງຝ່າຍ (ກອງປະຊຸມ 2+2) ຢູ່ນະຄອນຫຼວງ ເຊີອູນ, ປະເທດ ສ.ເກົາຫຼີ. ກອງປະຊຸມສິ້ນສຸດ ແລະ ຍົກອອກຖະແຫຼງການລວມທີ່ກ່ຽວຂ້ອງເຖິງຫຼາຍເນື້ອໃນສຳຄັນ.
ສ.ເກົາຫຼີ - ອາ​ເມ​ລິ​ກາ ຄັດ​ຄ້ານ​ທຸ​ກ​ການ​ກະ​ທຳ​ສ້າງ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ ​ສາ​ກົນ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ ແລະ ເຈົ້າໜ້າທີ່ຂັ້ນສູງ ອາເມລິກາ 2 ຄົນ (ພາບ: ABC News)

ຖະແຫຼງການລວມມີເນື້ອໃນກ່ຽວກັບ 4 ຂົງເຂດຕົ້ນຕໍແມ່ນການພົວພັນສຳພັນທະມິດ ສ.ເກົາຫຼີ - ອາເມລິກາ, ບັນຫາແຫຼມເກົາຫຼີ, ການຮ່ວມມືໃນພາກພື້ນ ແລະ ການ່ຮວມມືທົ່ວໂລກ, ພ້ອມທັງຢັ້ງຢືນຄືນໃໝ່ ການພົວພັນສຳພັນທະມິດ ສ.ເກົາຫຼີ - ອາເມລິກາ ແມ່ນເສົາຫຼັກສຳຄັນ ໃນສັນຕິພາບ ແລະ ຄວາມວັດທະນາຖາວອນຂອງແຫຼມເກົາຫຼີ, ພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ.

ສອງປະເທດໄດ້ເນັ້ນໜັກເຖິງບັນຫານິວເຄຼຍ ແລະ ລູກສອນໄພນຳວິຖິ ຂອງ ສປປ.ເກົາຫຼີ ແມ່ນຄວາມສົນໃຈລວມຢູ່ແຖວໜ້າ ຂອງ ເຊີອູນ ແລະ ວໍຊິງຕັນ. ກ່ຽວກັບບັນດາບັນຫາພົ້ນດັ່ນໃນພາກພື້ນ, ເຊີອູນ ແລະ ວໍຊິງຕັນ ໄດ້ຢັ້ງຢືນ ລະດັບຄວາມສຳຄັນ ຂອງການຮ່ວມມື ສ.ເກົາຫຼີ - ອາເມລິກາ - ຍີ່ປຸ່ນ ຄືນໃໝ່, ຢັ້ງຢືນບັນດາມູນຄ່າ ເຊິ່ງສຳພັນທະມິດ ສ.ເກົາຫຼີ - ອາເມລິກາ ພ້ອມກັນແບ່ງປັນ ຈະໜູນຊ່ວຍໃຫ້ແກ່ຄຳໝັ້ນສັນຍາຂອງສອງປະເທດ ກ່ຽວກັບການຄັດຄ້ານທຸກໆການກະທຳທີ່ກໍ່ໃຫ້ເກີດການຂາດສະຖຽນລະພາບ, ມີຜົນຮ້າຍຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສາກົນ.

        ອີກຄັ້ງໜຶ່ງຖະແຫຼງການເນັ້ນໜັ້ກເຖິງຄວາມສຳຄັນຂອງການຮັກສາສະພາບການກຽມພ້ອມສູ້ຮົບຂອງ ກອງທັບຮ່ວມສຳພັນ ຜ່ານບັນດາບັ້ນຊ້ອມຮົບຮ່ວມ ລະຫວ່າງ ສ.ເກົາຫຼີ - ອາເມລິກາ, ເພື່ອແນໃສ່ຮັບມືກັບທຸກຄວາມນາບຂູ່ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ