ສ.ເກົາຫຼີ - ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄືນ​ໃໝ່​ສຳ​ພັນ​ທະ​ມິດ​ທີ່​ໝັ້ນ​ແກ່ນ

(VOVWORLD) -ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Austin ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບຄວາມໝັ້ນຄົງໝັ້ນແກ່ນ ຂອງ ອາເມລິກາ ໃນການປົກປ້ອງ ສ.ເກົາຫຼີ.
ສ.ເກົາຫຼີ - ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄືນ​ໃໝ່​ສຳ​ພັນ​ທະ​ມິດ​ທີ່​ໝັ້ນ​ແກ່ນ - ảnh 1ທະຫານອາເມລິກາ ເຂົ້າຮ່ວມການຝຶກແອບຢູ່ ສ.ເກົາຫຼີ (ພາບ: YONHAP/TTXVN)

ວັນທີ 5 ພຶດສະພາ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໄດ້ປະກາດວ່າ ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ Suh Wook ແລະ ຄູ່ຮ່ວມຕຳແໜ່ງ ອາເມລິກາ Lloyd Austin ໄດ້ເຫັນດີເປັນເອກະພາບຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີທ່າຮົບປ້ອງກັນປະສົມຂອງ ສຳພັນທະມິດ, ພາຍຫຼັງ ສປປ.ເກົາຫຼີສືບຕໍ່ຍິງວັດຖຸທີ່ໄດ້ຮັບຖືວ່າແມ່ນ ລູກສອນໄຟນຳວິຖີ.

  ໃນການໂອ້ລົມທາງໂທລະສັບ, ລັດຖະມົນຕີ ສອງທ່ານໄດ້ຕຳໜິຕິຕຽນເຫດຍິງລູກສອນໄຟນຳວິຖີຂອງສປປ.ເກົາຫຼີ ວ່າໄດ້ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ  ແລະ ນາບຂູ່ຕໍ່ສັນຕິພາບໃນແຫຼມເກົາຫຼີ, ກໍ່ຄືຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ສອງຝ່າຍ ໄດ້ເຫັນດີເປັນເອກະພາບຮ່ວມມືກັນຢ່າງແໜ້ນແຟ້ນ ກ່ຽວກັບຄວາມສາມາດນາບຂູ່ຜ່ານສຳພັນທະມິດຢ່າງໝັ້ນແກ່ນລະຫວ່າງ ສ.ເກົາຫຼີ - ອາເມລິກາ ແລະ ປັບປຸງທ່າຮົບປ້ອງກັນລວມ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Austin ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບຄວາມໝັ້ນຄົງໝັ້ນແກ່ນ ຂອງ ອາເມລິກາ ໃນການປົກປ້ອງ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ