ສ.ເກົາຫຼີ ຮັກສາການ ເຄື່ອນໄຫວຢູ່ເຂດອຸດສາຫະກຳ Keasong

ສ.ເກົາຫຼີ ຮັກສາການ ເຄື່ອນໄຫວຢູ່ເຂດອຸດສາຫະກຳ Keasong - ảnh 1
(ເຂດ​ອຸດສາຫະກຳ​ Keasong)
(vovworld) - ວັນ​ທີ 30/03, ລັດຖະບານ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ບໍ່​ປ່ຽນ​ແປງ​ນະ​ໂຍບາຍ​ຮັກສາ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ອຸດສາຫະກຳ​ Keasong. ຕໍ່ໜ້າ​ເລື່ອງ ສປປ.​ເກົາຫຼີ ປະກາດ​ສະພາວະ​ສົງຄາມ​ກັບ ສ.​ເກົາຫຼີ ​ແລະ ນາບ​ຂູ່​ວ່າ ຈະ​ປິດ​ປະຕູ​ເຂດ​ອຸດສາຫະກຳ​ນີ້, ​ເຊີ​ອູ​ນ ​ໄດ້ຖະ​ແຫຼ​ງວ່າ ​ເລື່ອງ ສປປ.​ເກົາຫຼີ ນາບ​ຂູ່​ຈະ​ປິດ​ປະຕູ​ເຂດ​ອຸດສາຫະກຳ Keasong ຈະບໍ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ການ​ພັດທະນາ​ອຸດສາຫະກຳ ກໍ​ຄື​ການ​ພົວພັນ​ລະຫວ່າງ 2 ພາກເກົາຫຼີ. ​ຂ່າວ​ຍັງ​ໃຫ້​ຮູ້​ວ່າ, ພາຍ​ຫຼັງ​ທີ ສປປ,​ເກົາຫຼີ​ປະກາດ​ສະພາວະ​ສົງຄາມ​ກັບ ສ.​ເກົາຫຼີ ​ແລະ ຈະ​ແກ້​ໄຂ​ທຸກໆ​ບັນຫາລະຫວ່າງ 2 ປະ​ເທດ​ຕາມ​ເງື່ອນ​ໄຂ​ສົງຄາມ, ​ອົງການເຈົ້າໜ້າ​ທີ່ບາງ​ປະ​ເທດ​ໄດ້​ອອກສຽງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອົດສຕາ​ລີ Bob Carr ​ໄດ້​ຖື​ວ່າ ການ​ກະທຳ​ໃໝ່​ນີ້​ຈະ​ເຮັດ​ໃຫ້​ເພີ່ມ​ການ​ນາບ​ຂູ່​ຕໍ່​ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ. ທ່ານ​ກໍ​ໃຫ້​ຮູ້​ວ່າ Canbera ພວມ​ພິຈາລະນາ​ການຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ພຽງ​ຢາງ. ​ເຈົ້າ​ໜ້າ​ທີ່​ການ​ຕ່າງປະ​ເທດ​ລັດ​ເຊຍ ຜູ້​ຮັບຜິດຊອບ​ບັນດາ​ເກົາຫຼີ ທ່ານ Grigory Logvinov ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຈົ່ງ​ລະງັບ​ໃຈ ​ແລະ ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຢ່າງ​ສູງ.
ຂ່າວ/ບົດ​ອື່ນ