ສ.ເກົາຫຼີ​ ຮ​ຽກ​ຮ້ອງ​ໃຫ້​ສ​ປ​ປ.ເກົາຫຼີ​ກັບ​ຄືນ​ສູ່ໂຕະ​ເຈ​ລະ​ຈາ

(VOVWORLD) -ວັນທີ 7 ເມສາ, ທ່ານລັດຖະມົນຕີກະຊວງເອກະພາບ ສ.ເກົາຫຼີ Lee In-young ໄດ້ຮຽກຮ້ອງໃຫ້ ສປປ.ເກົາຫຼີ ກັບຄືນສູ່ໂຕະເຈລະຈາ, ທ່ານເນັ້ນໜັກວ່າ ເດືອນເມສານີ້ແມ່ນຈຸດເວລາ ສຳຄັນສຳລັບຄວາມໝັ້ນຄົງໃນພາກພື້ນ.

ສ.ເກົາຫຼີ​ ຮ​ຽກ​ຮ້ອງ​ໃຫ້​ສ​ປ​ປ.ເກົາຫຼີ​ກັບ​ຄືນ​ສູ່ໂຕະ​ເຈ​ລະ​ຈາ - ảnh 1ທ່ານລັດຖະມົນຕີກະຊວງເອກະພາບ ສ.ເກົາຫຼີ Lee In-young (ພາບ:  Yonhap/TTXVN)

ໃນສານ ຄຼິບວີດີໂອທີ່ສົ່ງໄປຍັງເວທີປາໄສຢູ່ ເຊີອູນ, ທ່ານ Lee In-young ໄດ້ຄັດສະເໜີບັນດາເຫດການການເມືອງສຳຄັນຢູ່ ສປປ.ເກົາຫຼີ ໃນເດືອນເມສາ, ໃນນັ້ນມີ ພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ Kim In Sung, ແລະ ແຜນການຂອງ ສ.ເກົາຫຼີພ້ອມກັບອາເມລິກາເລີ່ມຕົ້ນການຊ້ອມຮົບຮ່ວມລະດູບານໃໝ່.

ຕາມທ່ານ Lee In-young ແລ້ວ, ເດືອນເມສາ ແມ່ນຈຸດເວລາ ທີ່ມີຫຼາຍປັດໄຈອາດຈະເຮັດໃຫ້ຄວາມເຄັ່ງຕຶງດ້ານການທະຫານລະຫວ່າງ ສ.ເກົາຫຼີ ກັບ ສປປ.ເກົາຫຼີປີນຂັ້ນໄດ”. ທ່ານກໍ່ເນັ້ນໜັກວ່າ ຖ້າຫາກວ່າພຽງຢາງສືບຕໍ່ປະຕິເສດການເຈລະຈາ ຈະມີແຕ່ເສຍປຽບບໍ່ພຽງແຕ່ສຳລັບ ສປປ.ເກົາຫຼີ ເທົ່ານັ້ນ, ຫາກຍັງຕໍ່ອະນາຄົດຂອງ ສ.ເກົາຫຼີ ອີກດ້ວຍ.

ໃນຂະນະນັ້ນ, ໃນວັນທີ 7 ເມສາ, ທ່ານປະທານາທິບໍດີ ສ.ເກົາຫຼີຄົນໃໝ່ ກໍ່ໄດ້ເນັ້ນໜັກເຖິງການເພີ່ມທະວີກຳລັງຄວາມສາມາດນາບຂູ່ສຳລັບໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ