ສ.ເກົາຫຼີ ເຈລະຈາຕ່າງຫາກກັບ ລັດເຊຍ ກ່ຽວກັບບັນຫາ ສປປ.ເກົາຫຼີ

(VOVWORLD) -ສອງຝ່າຍໄດ້ເຫັນດີສົມທົບກັນເພື່ອມຸ່ງໄປເຖິງຄວາມຄືບໜ້າທີ່ສໍາຄັນໃຫ້ວິວັດການສ້າງແຫຼມເກົາຫຼີໃຫ້ປອດນິວເຄຼຍ ແລະ ມີສັນຕິພາບຍາວນານ. 

        ວັນທີ 3 ກັນຍາ, ທ່່ານ Lee Do – hoon, ຜູ້ຕາງໜ້າພິເສດຂອງ ສ.ເກົາຫຼີ ທີ່ຮັບຜິດຊອບກ່ຽວກັບບັນຫາ ສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ ໄດ້ມີການພົບປະກັບທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Igor Morgulov ຢູ່ນະຄອນ Vladivostok, ຕາເວັນອອກໄກລັດເຊຍ. ນະທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການປັດຈຸບັນຢູ່ແຫຼມເກົາຫຼີ, ໃນນັ້ນ ໄດ້ມີການຍິງລູກສອນໄຟຄັ້ງຕ່າງໆຂອງພຽງຢາງ ຫວ່າງມໍ່ໆມານີ້ ແລະ ບັນດາມາດຕະການເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຊື່ອມຕໍ່ການເຈລະຈາຂັ້ນວິຊາການ ລະຫວ່າງ ພຽງຢາງ ແລະ ວໍຊີງຕັນຄືນໃໝ່ໂດຍໄວ ເຊິ່ງຖືກຢຸດສະງັກ. ໃນການເຈລະຈາ, ສອງຝ່າຍໄດ້ເຫັນດີສົມທົບກັນເພື່ອມຸ່ງໄປເຖິງຄວາມຄືບໜ້າທີ່ສໍາຄັນໃຫ້ວິວັດການສ້າງແຫຼມເກົາຫຼີໃຫ້ປອດນິວເຄຼຍ ແລະ ມີສັນຕິພາບຍາວນານ. 

ຕອບກັບ

ຂ່າວ/ບົດ​ອື່ນ