ສ.ເກົາຫຼີ ເຝິກຊ້ອມກະກຽມ ໃຫ້ກອງປະຊຸມຮັບປະກັນ ຄວາມປອດໄພດ້ານນິວເຄຼຍ

ສ.ເກົາຫຼີ ເຝິກຊ້ອມກະກຽມ ໃຫ້ກອງປະຊຸມຮັບປະກັນ ຄວາມປອດໄພດ້ານນິວເຄຼຍ - ảnh 1
ກໍລະນີ​ສົມມຸດ​ຖານຢູ່​ສະຖານີລົດ​ໄຟໃຕ້​ດິນ
( ພາບ: yonhapnews.co.kr )

( vovworld ) – ວັນ​ທີ 22/3, ມີທະຫານຕຳຫຼວດ​ ແລະ ປະຊາຊົນ​ຊາວ Anyang ປະມານ 100 ຄົນ ຢູ່​ຊານ​ນະຄອນ Seoul ​ໄດ້​ເຂົ້າ​ຮ່ວມ​ການ​​ເຝິກ​ຊ້ອມ​ຮັບປະກັນຄວາມ​ປອດ​ໄພ​​ເພື່ອ​ກະກຽມໃຫ້​ແກ່​ກອງ​ປະຊຸມຮັບປະກັນ​ຄວາມ​​ປອດ​ໄພດ້ານນິວເຄຼຍເຊິ່ງຈະດຳ​ເນີນ​ຢູ່​ນະຄອນຫຼວງ Seoul ​ໃນ​ອາທິດ​ຈະ​ມາ​ເຖິງ. ກໍລະນີ​ສົມມຸດ​ຖານແມ່ນ​ເກີດ​ການ​ບຸກ​​ໂຈມ​ຕີ​ຢູ່​ສະຖານີລົດ​ໄຟໃຕ້​ດິນ ໃນ​ຂະນະ​ທີ່​ມີ​ແຂກ​ໄປມາ​ເປັນ​ຈຳນວນຫຼວງ​ຫຼາຍ. ບັນດາ​ຜູ້​ເຂົ້າ​ຮ່ວມ​ຈະ​​ເຝິກ​ຊ້ອມ​ກໍລະນີຍົກຍ້າຍ​ປະຊາຊົນອອກ​ຈາກສະຖານ​ທີ່​​ເກີດ​ເຫດກໍ່​ຄື​ກູ້ຊ່ວຍ​​ບັນດາ​ຜູ້​ຖືກ​ບາດ​ເຈັບ.

   ກອງ​ປະຊຸມ​ຮັບປະກັນຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ຈະ​ດຳ​ເນີນ​ໄປ​ຢູ່ Seoul ​ໃນ​ລະຫວ່າງວັນ​ທີ 26 – 27/3 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 53 ປະ​ເທດ, ​ໃນ​ນັ້ນ​ມີ ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ຍີ່ປຸ່ນ ​ແລະ ຝລັ່ງ.
ຂ່າວ/ບົດ​ອື່ນ