ສ.ເກົາຫຼີ ເລີ່ມຕົ້ນໄລຍະຂົນຂວາຍຫາສຽງເລືອກຕັ້ງຢ່າງເປັນທາງການ

ສ.ເກົາຫຼີ ເລີ່ມຕົ້ນໄລຍະຂົນຂວາຍຫາສຽງເລືອກຕັ້ງຢ່າງເປັນທາງການ - ảnh 1
ບັນ​ດາ​ຜູ້ສະ​ໝັກ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສ ເກົາຫຼີ ໂຕ້​ເວ​ທີ​ໃນ​ໂທ​ລະ​ພາບ​ເມື່ອ​ວັນ​ທີ 13/4
(ພາບ:  EPA/TTXVN)

(vovworld) – ວັນ​ທີ 17/4, ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ປ​ະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ ໄດ້​ເລີ່ມ​​ຕົ້ນ​ໄລ​ຍະ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ທາງ​ການ. ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ສ. ເກົາຫຼີ ໄດ້​ປະ​ກາດ​ວ່າ: ໄລ​ຍະ​ນີ້​ຈະ​ແກ່​ຍາວ​ເປັນ​ເວ​ລາ 22 ວັນ ແລະ ຈະ​ຢຸດ​ຕິ​ກ່ອນ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 9/5 ຈະ​ມາ​ເຖິງ 1 ວັນ. ດ້ວຍ​ຜູ້​ສະ​ໝັກ​ເລືອກ​ຕັ້ງ 15 ທ່ານ, ການ​ເລືອກ​ຕັ້ງ​ປີນີ້​ມີ​ຈຳ​ນວນ​ຜູ້​​ສະ​ໝັກ​ເລືອກ​ຕັ້ງເທົ່າ​ກັບ​​ປີ 2007. ບັນ​ດາ​ນັກ​ສັງ​ເກດ​ການ​​ຍອມ​ຮັບ​ວ່າ ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີປີນີ້​ແມ່ນ​ການ​ຊ່ວງ​ເສັງລະ​ຫວ່າງ​ຜູ້​ສະ​ໝັກ​ເລືອກ​ຕັ້ງແຖວ​ໜ້າ 2 ທ່ານນັ້ນ​ແມ່ນ​ທ່ານ Moon Jae –in ຂຶ້ນ​ກັບ​ພັກ​ປະ​ຊາ​ທິ​ປະ​ໄຕ ​ນິ​ຍົມ​ແນວ​ທາງ​ເສ​ລີ ແລະ ທ່ານ Ahn Cheol – soo ຂຶ້​ນ​ກັບ​ພັກ​ປະ​ຊາ​ຊົນ​​ນິ​ຍົມແນວ​ທາງກາງ​ຊ້າຍ.


ຕອບກັບ

ຂ່າວ/ບົດ​ອື່ນ