ສ.ເກົາຫຼີ ແຈ້ງໃຫ້ຊາບວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 3 ລູກ

(VOVWORLD) -ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 3 ລູກອອກສູ່ເຂດທະເລທາງທິດຕາເວັນອອກແຫຼມເກົາຫຼີ
ສ.ເກົາຫຼີ ແຈ້ງໃຫ້ຊາບວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 3 ລູກ - ảnh 1ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 3 ລູກອອກສູ່ເຂດທະເລທາງທິດຕາເວັນອອກແຫຼມເກົາຫຼີ
(ພາບປະກອບ: YONHAP/TTXVN)

        ຕາມກອງທັບຂອງ ສ.ເກົາຫຼີ ໃນຕອນເຊົ້າວັນທີ 02 ພະຈິກ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 3 ລູກອອກສູ່ເຂດທະເລທາງທິດຕາເວັນອອກແຫຼມເກົາຫຼີ ໃນຕອນເຊົ້າວັນດຽວກັນ. ໃນນັ້ນ, ມີລູກສອນໄຟລູກໜຶ່ງຕົກຢູ່ເຂດທະເລຫ່າງຈາກນະຄອນ Sokcho ໄປທາງທິດຕາເວັນອອກຂອງ ສ.ເກົາຫຼີ  57 ກມ. ປະຈຸບັນ, ວົງການເຈົ້າໜ້າທີ່ຂອງ ສ.ເກົາຫຼີ ພວມໄຈ້ແຍກເຕັກນິກຂອງລູກສອນໄຟດັ່ງກ່າວ. ຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ໄດ້ຮຽກໂຮມກອງປະຊຸມສະພາຄວາມໝັ້ນຄົງແຫ່ງຊາດ ເພື່ອປຶກສາຫາລືກ່ຽວກັບເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ.

        ໃນຂະນະນັ້ນ, ວັນທີ 02 ພະຈິກ, ສື່ມວນຊົນ ຍີ່ປຸ່ນ ໄດ້ຄັດສະເໜີຄຳເວົ້າຂອງວົງການເຈົ້າໜ້າທີ່ປະເທດນີ້ໂດຍໃຫ້ຮູ້ວ່າ: ວັດຖຸບິນ “ເບິ່ງຄືວ່າແມ່ນລູກສອນໄຟນຳວິຖີ” ເຊິ່ງ ພຽງຢາງ ຍິງໄປນັ້ນ ໄດ້ຕົກລົງສູ່ເຂດທະເລນອກເຂດເສດຖະກິດພິເສດຂອງ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ