ສ.ເກົາຫຼີ ແລະ ຍີ່​ປຸ່ນ ຮຽກ​ຮ້ອງ​ໃຫ້ ສ​ປ​ປ.ເກົາຫຼີ ກັບ​ຄືນ​​ສູ່​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ ແລະ ການ​ທູດ

(VOVWORLD) -ເຈົ້າໜ້າທີ່ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ຊີ້ໃຫ້ເຫັນວ່າ ເຫດຍິງວັດຖຸບິນຫຼ້າສຸດຂອງ ສປປ.ເກົາຫຼີ ໄດ້ລະເມີດມະຕິ ຂອງສະພາຄວາມໝັ້ນຄົງ, ສປຊ ຫຼາຍສະບັບ ແລະ ກໍ່ໄພນາບຂູ່ບໍ່ສະເພາະແຕ່ ແຫຼມເກົາຫຼີ ເທົ່ານັ້ນ, ຫາກຍັງປະຊາຄົມສາກົນອີກດ້ວຍ.
ສ.ເກົາຫຼີ ແລະ ຍີ່​ປຸ່ນ ຮຽກ​ຮ້ອງ​ໃຫ້ ສ​ປ​ປ.ເກົາຫຼີ ກັບ​ຄືນ​​ສູ່​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ ແລະ ການ​ທູດ - ảnh 1ເຫດຍິງວັດຖຸບິນຂອງ ສປປ.ເກົາຫຼີ ໄດ້ເອົາລົງໃນຊ່ອງໂທລະພາບຂອງ ສ.ເກົາຫຼີ (ພາບ: AFP/TTXVN)

ວັນທີ 4 ພຶດສະພາ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ບັນດາທູດພິເສດກ່ຽວກັບນິວເຄຼຍແຖວໜ້າຂອງປະເທດນີ້ ແລະ ຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ ສປປ.ເກົາຫຼີ ກັບຄືນສູ່ວິວັດທະນາການເຈລະຈາ. ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ ພຽງຢາງ ຍິງວັດຖຸບິນຍັງບໍ່ທັນໄດ້ກຳນົດທິດໄປຍັງເຂດທະເລຕາເວັນອອກຂອງປະເທດນີ້ໃນວັນດຽວກັນ.

        ຕາມແຈ້ງການແລ້ວ, ທ່ານ Noh Kyu – duk ທູດພິເສດຂອງ ສ.ເກົາຫຼີ ກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ ໄດ້ມີການພົບປະກັບຄູ່ຕຳແໜ່ງ ຍີ່ປຸ່ນ Takehiro Funakoshi ຢູ່ ເຊີອູນ, ເມື່ອ ສປປ.ເກົາຫຼີ ໄດ້ມີການກະທຳສະແດງ ກຳລັງຄັ້ງທີ 14 ນັບແຕ່ຕົ້ນປີມານີ້ ໃນຕອນທ່ຽງວັນທີ 4 ພຶດສະພາ.  

        ຖະແຫຼງການຂອງກະຊວງດັ່ງກ່າວໄດ້ຊີ້ແຈ້ງວ່າ ທູດພິເສດກ່ຽວກັບນິວເຄຼຍ ຂອງ ສ.ເກົາຫຼີ ແລະ ຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ ສປປ.ເກົາຫຼີ ຢຸດຕິການກະທຳເຮັດໃຫ້ເພີ່ມຄວາມຂາດສະຖຽນລະພາບ ແລະ ກັບຄືນສູ່ເສັ້ນທາງເຈລະຈາ ແລະ ການທູດ. ເຈົ້າໜ້າທີ່ສອງປະເທດໄດ້ຊີ້ໃຫ້ເຫັນວ່າ ເຫດຍິງວັດຖຸບິນຫຼ້າສຸດຂອງ ສປປ.ເກົາຫຼີ ໄດ້ລະເມີດມະຕິ ຂອງສະພາຄວາມໝັ້ນຄົງ, ສປຊ ຫຼາຍສະບັບ ແລະ ກໍ່ໄພນາບຂູ່ບໍ່ສະເພາະແຕ່ ແຫຼມເກົາຫຼີ ເທົ່ານັ້ນ, ຫາກຍັງປະຊາຄົມສາກົນອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ