ສ.ເກົາຫຼີ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ເຂົ້າ​ຮ່ວມ​ການ​ຝຶກຊ້ອມ​ຮັບ​ມື​ກ່ຽວ​ກັບ​ຄວາມ​ປອດ​ໄພ​​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ

(VOVWORLD) - ວັນທີ 10 ພະຈິກ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ແຈ້ງໃຫ້ຊາບວ່າ ປະເທດນີ້ ໄດ້ຈັດການຝຶກຊ້ອມຮັບມືກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກ ອາຊຽນ ແລະ ຫຼາຍປະເທດອື່ນໆ ແນໃສ່ຍົກສູງກຳລັງຄວາມສາມາດຮັບມືກັບໄຟນາບຂູ່ທາງເຄືອຂ່າຍອິນເຕີເນັດ.
ສ.ເກົາຫຼີ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ເຂົ້າ​ຮ່ວມ​ການ​ຝຶກຊ້ອມ​ຮັບ​ມື​ກ່ຽວ​ກັບ​ຄວາມ​ປອດ​ໄພ​​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ພາບ:  Yonhap)

ການຝຶກຊ້ອມຮັບມືມີຊື່ວ່າ “Cyber Training and Exercise” (CYTREX) ໂດຍມີການເຂົ້າຮ່ວມແບບເຊິ່ງໜ້າຂອງຜູ້ຕາງໜ້າມາຈາກ 17 ປະເທດ ພາຄີກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+). ນີ້ແມ່ນການຝຶກຊອ້ມ CYTREX ຄັ້ງທຳອິດ ນັບແຕ່ເມື່ອ ໂຄວິດ - 19 ແຜ່ລະບາດ.

        ຕາມກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລ້ວ, ການຝຶກຊ້ອມດັ່ງກ່າວ ລວມມີການເຄື່ອນໄຫວສືບສວນຫຼາຍກໍລະນີບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ, ກໍຄືໄຈ້ແຍກລະຫັດທີ່ເປັນໄວຣັດໃນແບບຈຳລອງ, ສ້າງຂີດໝາຍເປັນຄັ້ງທຳອິດທີ່ບັນດາປະເທດເຂົ້າຮ່ວມການຝຶກຊ້ອມຮັບມືກ່ຽວກັບເຄືອຂ່າຍ ຜ່ານບັນດາເຄືອຂ່າຍເຊື່ອມຕໍ່ຮ່ວມສຳພັນຂ້າມຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ