ສ​.ເກົາຫຼີ ແລະ ມາ​ເລ​ເຊຍ​ ​ເຫັນດີ​ເປັນ​ເອ​ກະ​ພາບ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນສູ່​ລະ​ດັ​ບ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ”

(VOVWORLD) -ວັນທີ 28 ພະຈິກ, ທ່ານ ປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນສູ່ລະດັບ “ຄູ່ຮ່ວມມືຍຸດທະສາດ” ນັບແຕ່ປີ 2020.
ສ​.ເກົາຫຼີ ແລະ ມາ​ເລ​ເຊຍ​ ​ເຫັນດີ​ເປັນ​ເອ​ກະ​ພາບ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນສູ່​ລະ​ດັ​ບ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ” - ảnh 1 ທ່ານ ປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad (ພາບ: Yonhap)

ທີ່ກອງປະຊຸມເຈລະຈາເຊິ່ງໄດ້ຈັດຕັ້ງຢູ່ທຳນຽວຊຽວ (ທຳນຽບປະທານາທິບໍດີ ສ.ເກົາຫຼີ), ການນຳສອງທ່ານໄດ້ຮັບຮູ້ການພົວພັນອັນເລິກເຊິ່ງລະຫວ່າງສອງປະເທດໃນບັນດາຂົງເຂດຄື ກະສິກຳກ້າວໜ້າ, ພະລັງງານ, ບັນດາໂຄງງານອາວຸດ, ເບິ່ງແຍງດຸແລສຸຂະພາບ ແລະ ສິ່ງແວດລ້ອມ. ທ່ານປະທານາທິບໍດີ Moon Jae-in ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນ ມານະພະຍາຍາມມຸ່ງໄປສູ່ “ການຮ່ວມມືຍຸດທະສາດ” ຢ່າງ ໝັ້ນຄົງ, ຜ່ານການຫັນນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່ ຂອງ ສ.ເກົາຫຼີ ແລະ ນະໂຍບາຍມຸ່ງໄປສູ່ທາງທິດຕາເວັນອອກຂອງ ມາເລເຊຍໃຫ້ມີຄວາມກົມກຽວ.

        ພາຍຫຼັງກອງປະຊຸມສຳມະນາ, ການນຳສອງທ່ານໄດ້ເຂົ້າຮ່ວມພິທີລົງນາມບົດບັນທຶກຊ່ວຍຈຳ (MOU) 4 ກ່ຽວກັບກສຍຊຸກຍູ້ການພົວພັນຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຄອມພິວເຕີ, ລັດຖະບານເອເລັກໂຕນິກ, ເບິ່ງແຍງດຸແລສຸຂະພາບ ແລະ ສາທາລະນະສຸກ, ຄຸ້ມຄອງນ້ຳສະອາດ ແລະ ບຳບັດນ້ຳເສຍ.

ຕອບກັບ

ຂ່າວ/ບົດ​ອື່ນ